• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ G20: ປະທານາທິບໍດີອາເມລິກາກຽມພ້ອມໃຫ້ແກ່ຂໍ້ຕົກລົງດ້ານການຄ້າປະຫວັດສາດກັບຈີນ

      ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ວໍຊິງຕັນ ຄິດໄລ່ຊັ່ງຊາຂໍ້ຕົກລົງດ້ານການຄ້າ ປະຫວັດສາດກັບຈີນ. ເມື່ອຕອບຄືນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງ ຮ່ວມມື ແລະ ເຈລະຈາ”.

(ພາບປະກອບ: AFP/TTXVN)
      ກ່າວຄຳເຫັນທີ່ການເຈລະຈາ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດ G20 ຢູ່ Osaka, ປະເທດຍີ່ປຸ່ນ, ທ່ານປະທານາທິບໍດີ D.Trump ເວົ້າວ່າ: “ຖ້າຫາກພວກເຮົາສາມາດບັນລຸຂໍ້ຕົກລົງດ້ານການຄ້າຍຸຕິທຳ, ນັ້ນຈະແມ່ນ (ຂໍ້ຕົກລົງ) ປະຫວັດສາດ. ພວກຂ້າພະເຈົ້າລ້ວນແຕ່ເປີດອົກເປີດໃຈກັບຂໍ້ຕົກລົງ”. ທ່ານສະແດງຄວາມຫວັງວ່າ, ນີ້ຈະແມ່ນ “ການພົບປະທີ່ມີລັກສະນະສ້າງສັນ ແລະ ພວກເຮົາສາມາດເຮັດສິ່ງໃດໜຶ່ງເພື່ອນຳມາເຊິ່ງລັກສະນະປະຫວັດສາດຢ່າງແທ້ຈິງ”. ໃນຂະນະນັ້ນ, ທ່ານປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ, ການພົວພັນທາງການທູດໃນໄລຍະ 40 ປີຜ່ານມາລະຫວ່າງອາເມລິກາ ແລະ ຈີນ ໄດ້ພິສູດໃຫ້ເຫັນວ່າ, ການຮ່ວມມື ແລະ ເຈລະຈາແມ່ນດີກວ່າການສູ້ຢັນກັນ ແລະ ໂຕ້ຖຽງກັນ.
        ນີ້ແມ່ນການສົນທະນາໂດຍກົງຄັ້ງທຳອິດລະຫວ່າງການນຳຂອງ 2 ພື້ນຖານເສດຖະກິດແຖວໜ້າໂລກ, ພາຍຫຼັງກອງປະຊຸມສຸດຍອດ G20 ນັບແຕ່ເດືອນ ທັນວາ 2018.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top