ການນຳບັນດາປະເທດກຸ່ມ BRICS
(ພາບ: indiatoday.in)
ກ່າວຄຳເຫັນທີ່ການປະຊຸມ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວເຕືອນວ່າ: ບັນດາເຈດຕະນາຫວັງເຮັດໃຫ້ບົດບາດຂອງ WTO ລົຫລຸດງຫຼືທຳລາຍອົງການນີ້ລ້ວນແຕ່ບໍ່ມີປະໂຫຍດ. ທ່ານກໍ່ໃສ່ໃຈວ່າ ປະຈຸບນັ, ພື້ນຖານເສດຖະກິດໂລກພວມຢູ່ໃນສະພາບເປັນ “ໜ້າວິຕົກກັງວົນທີ່ສຸດ” ໃນຂະນະທີ່ການຄ້າທົ່ວໂລກພວມຖືກຮັບບັນດາການກະທົບຈາກ “ລັດທິອາລັກຂາ ແລະ ບັນດາຂໍ້ຈຳກັດທີ່ມີລັກສະນະການເມືອງ”.
ສ່ວນທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ຖືວ່າ: ການພັດທະນາເສດຖະກິດທົ່ວໂລກສ່ວນຫຼາຍພວມຖືກຄວບງຳຈາກບັນດາການຕັດສິນຝ່າຍດຽວ. ທ່ານເນັ້ນໜັກວ່າຄວນສຸມໃສ່ການປະຕິຮູບ WTO ເພື່ອແນໃສ່ຮັບປະກັນໃຫ້ເສດຖະກິດທົ່ວໂລກບັນລຸໄດ້ການພັດທະນາດຸ່ນດຽງ.ໃນຂະນະນັ້ນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຕຳໜິຕິຕຽນບາງປະເທດພັດທະນາເດີນຕາມບັນດາມາດຕະການທີ່ມີລັກສະນະອາລັກຂາ ພວມກໍ່ໃຫ້ເກີດບັນດາການແກ້ງແຍ້ງດ້ານການຄ້າ ແລະ ປິດລ້ອມເສດຖະກິດ, ພ້ອມທັງເອີ້ນວ່ານີ້ແມ່ນໄພອັນຕະລາຍໃຫ່ຍທີ່ສຸດເຮັດໃຫ້ການຂາດສະຖຽນລະພາບຂອງພື້ນຖານເສດຖະກິດທົ່ວໂລກເພີ່ມຂຶ້ນ.
(ແຫຼ່ງຄັດຈາກ VOV)