• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AMM 50: ບັນດາປະເທດຄູ່ຮ່ວມມືຢືນຢັນບົດບາດ ແລະ ການຮ່ວມມືຂອງ ອາຊຽນ

      ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ພວມຈັດຕັ້ງຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ຕອນເຊົ້າວັນທີ 6 ສິງຫາ, ໄດ້ຈັດຕັ້ງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື ການາດາ, ສ. ເກົາຫຼີ ແລະ ນິວຢີແລນ (ອາຊຽນ +1).

ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ 
      ການພົບປະລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບແຕ່ລະຄູ່ຮ່ວມເຈລະຈາແມ່ນເພື່ອແນໃສ່ພິຈາລະນາບັນດາບາດກ້າວໃນການພົວພັນ 2 ຝ່າຍ, ເຊິ່ງລວມມີ ການປະຕິບັດແຜນການເຄື່ອນໄຫວຕາມ 3 ເສົ້າຄ້ຳຂອງ ອາຊຽນ, ເປີດຊ່ອງທາງໃຫ້ແກ່ການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ບັນດາປະເທດຄູ່ຮ່ວມມືກໍ່ຢືນຢັນສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືມີປະສິດທິຜົນໃນໄລຍະຈະມາເຖິງ. ທ່ານ Chrystia Freeland, ລັດຖະມົນຕີການຕ່າງປະເທດ ການາດາ ຢືນຢັນວ່າ:
        ກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງໃນຈຸດເວລາພິເສດ, ນັ້ນແມ່ນ ອາຊຽນຄົບຮອບ 50 ປີ ແລະ ການພົວພັນຄູ່ຮ່ວມເຈລະຈາ ອາຊຽນ - ການາດາ ຄົບຮອບ 40 ປີ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສືບຕໍ່ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍ. ເມື່ອເວົ້າເຖິງການພົວພັນ ອາຊຽນ - ການາດາ, 2 ຝ່າຍມີການຮ່ວມສຳພັນ, ແບ່ງປັນຫຼາຍຜົນງານລວມຊ່ວຍນຳມາໃຫ້ບັນດາກາລະໂອກາດຮ່ວມມື. ພວກຂ້າພະເຈົ້າປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ອາຊຽນໃນບັນດາຂົງເຂດຄື ການຄ້າ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານກໍ່ການຮ້າຍ…”      
          ໃນບັນດາກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຕຳແໜ່ງ ສ. ເກົາຫຼີ ແລະ ນີວຢີແລນ, ບັນດາຄູ່ຮ່ວມມືລ້ວນແຕ່ຢືນຢັນບົດບາດຂອງ ອາຊຽນ ຢູ່ພາກພື້ນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)
 
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top