• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AEM 54 ຈະສຸມໃສ່ການເຕີບໂຕເສດຖະກິດກັບບັນດາຄູ່ຮ່ວມມືຂອງ ອາຊຽນ

ບົດຖະແຫຼງຂ່າວຂອງກະຊວງການຄ້າ ກຳປູເຈຍ ໃຫ້ຮູ້ວ່າ: ປະເທດນີ້ພວມຊັບຊ້ອນເພື່ອຈັດກອງປະຊຸມບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 54 (AEM 54) ຢູ່ແຂວງ ຊຽມຣຽບ, ໃນລະຫວ່າງວັນທີ 14 – 18 ກັນຍາ. ໂຄງການດຳເນີນງານຂອງ AEM 54 ໄດ້ສຸມໃສ່ການເຕີບໂຕໃນພາກພື້ນ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ການແລກປ່ຽນການຄ້າກັບບັນດາພື້ນຖານເສດຖະກິດແຖວໜ້າ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdeck Techo Hunsen ຈະເປັນປະທານພິທີໄຂ AEM 54 ຈະຊຶ່ງຈັດຂຶ້ນໃນວັນທີ 14 ກັນຍາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ ຂຶ້ນກັບ 10 ປະເທດສະມາຊິກ ອາຊຽນ. ນອກຈາກນັ້ນ, ແຕ່ວັນທີ 16 – 18 ກັນຍາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ຈະດຳເນີນບັນດາການປຶກສາຫາລືກັບບັນດາຄູ່ຮ່ວມມືຄື: ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ອິນເດຍ, ອາເມລິກາ, ການາດາ, ລັດເຊຍ, ບັນດາຄູ່ຮ່ວມມືໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). AEM 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການເຊື່ອມໂຍງເສດຖະກິດ ອາຊຽນ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ການພົວພັນເສດຖະກິດ ກັບບັນດາຄູ່ຮ່ວມມືນອກອາຊຽ

AEM 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການເຊື່ອມໂຍງເສດຖະກິດ ອາຊຽນ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ການພົວພັນເສດຖະກິດ ກັບບັນດາຄູ່ຮ່ວມມືນອກອາຊຽນ.

   

ບົດຖະແຫຼງຂ່າວຂອງກະຊວງການຄ້າ ກຳປູເຈຍ ໃຫ້ຮູ້ວ່າ: ປະເທດນີ້ພວມຊັບຊ້ອນເພື່ອຈັດກອງປະຊຸມບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 54 (AEM 54) ຢູ່ແຂວງ ຊຽມຣຽບ, ໃນລະຫວ່າງວັນທີ 14 – 18 ກັນຍາ. ໂຄງການດຳເນີນງານຂອງ AEM 54 ໄດ້ສຸມໃສ່ການເຕີບໂຕໃນພາກພື້ນ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ການແລກປ່ຽນການຄ້າກັບບັນດາພື້ນຖານເສດຖະກິດແຖວໜ້າ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdeck Techo Hunsen ຈະເປັນປະທານພິທີໄຂ AEM 54 ຈະຊຶ່ງຈັດຂຶ້ນໃນວັນທີ 14 ກັນຍາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ ຂຶ້ນກັບ 10 ປະເທດສະມາຊິກ ອາຊຽນ. ນອກຈາກນັ້ນ, ແຕ່ວັນທີ 16 – 18 ກັນຍາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ຈະດຳເນີນບັນດາການປຶກສາຫາລືກັບບັນດາຄູ່ຮ່ວມມືຄື: ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ອິນເດຍ, ອາເມລິກາ, ການາດາ, ລັດເຊຍ, ບັນດາຄູ່ຮ່ວມມືໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS).

        AEM 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການເຊື່ອມໂຍງເສດຖະກິດ ອາຊຽນ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ການພົວພັນເສດຖະກິດ ກັບບັນດາຄູ່ຮ່ວມມືນອກອາຊຽນ.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top