• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທຶນວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບເງິນຈຳນວນ 4.851 ຕື້ດົ່ງ

      ໄລ່ຮອດເວລາ 17 ໂມງຂອງວັນທີ 13 ມິຖຸນາ, ກອງທຶນດັ່ງກ່າວໄດ້ຮັບເງິນອຸປະຖຳຈຳນວນ 4.851 ຕື້ດົ່ງ.
ກຸ່ມບໍລິສັດ ຮວາແຊນ ປະກອບສ່ວນ 1 ຕື້ດົ່ງ ເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)
      ຕາມຄະນະຄຸ້ມຄອງກອງທຶນວັກຊິນກັນພະ  ຍາດໂຄວິດ - 19 ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 13 ມິຖຸນາ, ກອງທຶນດັ່ງກ່າວໄດ້ຮັບເງິນອຸປະຖຳຈຳນວນ 4.851 ຕື້ດົ່ງ (ເຊິ່ງລວມທັງຈຳນວນເງິນຕາຕ່າງປະເທດທີ່ໄດ້ຄິດໄລ່ເປັນອັດຕາເງິນດົ່ງແລ້ວ) ຈາກ 291.818 ອົງການຈັດຕັ້ງ ແລະ ສ່ວນບຸກຄົນ.
            ຕາມກະຊວງການເງິນແລ້ວ, ເພື່ອສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຫວຽດນາມ 75 ລ້ານຄົນ, ຫວຽດນາມ ຕ້ອງການວັກຊິນ 150 ລ້ານໂດສ ດ້ວຍຄ່າໃຊ້ຈ່າຍລວມທັງໝົດແມ່ນ 25.200 ຕື້ດົ່ງ. ກອງທຶນວັກຊິນກັນພະຍາດໂຄວິດ - 19 ຈະໄດ້ແຈ້ງຢ່າງເປີດເຜີຍ ແລະ ອັບເດດບັນຊີລາຍຊື່ ສ່ວນບຸກຄົນ, ອົງການຈັດຕັ້ງ ວິສາຫະກິດທີ່ປະກອບສ່ວນໃສ່ກອງທຶນດັ່ງກ່າວ ຕາມແຕ່ລະວັນ, ແຕ່ລະຊົ່ວໂມງ. ການເປີກຈ່າຍເງິນຕາມຂໍ້ສະເໜີຂອງກະຊວງສາທາລະນະສຸກ ພາຍຫຼັງທີ່ໄດ້ຮັບຄຳຊີ້ນຳຈາກນາຍົກລັດຖະມົນຕີ ເພື່ອຊື້ວັກຊິນ ກໍຈະໄດ້ຮັບການລາຍງານຢ່າງເປີດເຜີຍ ແລະ ໂປ່ງໃສ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top