• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງ​ຈ​ິ ກະ​ກຽມ​ວັນ​ບຸນ​ວັດ​ທະ​ນະ​ທຳ - ອາ​ຫານ​ການ​ກິນ ຫວຽດ​ນາມ ປີ 2023

ວັນບຸນເພື່ອແນໃສ່ຍ້ອງຍໍສັນລະເສີນຄວາມເປັນຫຼາຍຮູບແບບ, ສິ່ງທີ່ພົ້ນເດັ່ນຂອງອາຫານ ຫວຽດນາມ ເວົ້າລວມ ແລະ ອາຫານພາກກາງ ເວົ້າສະເພາະ.
  ກວາງຈິ ກະກຽມວັນບຸນວັດທະນະທຳ - ອາຫານການກິນ ຫວຽດນາມ ປີ 2023  

ວັນບຸນວັດທະນະທຳ - ອາຫານການກິນ ຫວຽດນາມ ປີ 2023 ຄາດວ່າຈະຈັດຂຶ້ນເນື່ອງໃນໂອກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ) ແລະ ວັນກຳມະກອນສາກົນ (1 ພຶດສະພາ) ຢູ່ເທດສະບານ ເກືອວຽດ, ເມືອງ ຢໍລິງ, ແຂວງ ກວາງຈິ. ວັນບຸນເພື່ອແນໃສ່ຍ້ອງຍໍສັນລະເສີນຄວາມເປັນຫຼາຍຮູບແບບ, ສິ່ງທີ່ພົ້ນເດັ່ນຂອງອາຫານ ຫວຽດນາມ ເວົ້າລວມ ແລະ ອາຫານພາກກາງ ເວົ້າສະເພາະ.

ດ້ວຍຫົວຂໍ້ “ຈິດໃຈແຫ່ງຊາດ - ລົດຊາດແຫ່ງບ້ານເກີດເມືອງນອນ”, ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຂາຍອາຫານ 80 ຮ້ານຂອງ 3 ພາກ, ໃນນັ້ນ ກວາງຈິ ມີ 20 ຮ້ານ. ທ່ານ ເລມິງຕວັນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງຈິ ໃຫ້ຮູ້ວ່າ:

ປັດຈຸບັນ, ພວກຂ້າພະເຈົ້າໄດ້ສຸມໃສ່ເລືອກເອົາເຍື່ອງອາຫານທີ່ເປັນເອກະລັກສະເພາະ, ມີຄວາມດຶງດູດໃຈຂອງແຂວງກວາງຈິ ເພື່ອເຂົ້າຮ່ວມວັນບຸນ. ພວກຂ້າພະເຈົ້າກໍ່ສົມທົບກັບບັນດາອົງການສູນກາງ, ທ້ອງຖິ່ນ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນ ຕ້ານອັກຄີໄພ, ມີຄວາມປອດໄພສຸຂະອະນາໄມດ້ານອາຫານ, ປົກປັກຮັກສາສິ່ງແວດລ້ອມສີຂຽວ, ສະອາດ, ສວຍງາມ.

 

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top