ເນື່ອງໃນໂອກາດສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງ ກວັກຕືຢາມ (1076–2026), ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ນະຄອນຮ່າໂນ້ຍ ໄດ້ຈັດບັນດາກິດຈະກຳວັດທະນະທຳ, ວິທະຍາສາດ, ສິລະປະ ແລະ ການສຳຜັດມໍລະດົກຕົວຈິງ ແຕ່ວັນທີ 5 – 15 ພະຈິກ.
ໃນບັນດາກິດຈະກຳສະເຫຼີມສະຫຼອງປີນີ້, ກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ດ້ວຍຫົວຂໍ້ “950 ປີແຫ່ງ ກວັກຕືຢາມ: ມໍລະດົກແຫ່ງການຮ່ຳຮຽນ, ຜູ້ມີຄວາມເກັ່ງກ້າສາມາດ, ຄຸນສົມບັດ ແລະ ຄວາມມຸ່ງຫວັງພັດທະນາປະເທດຊາດ” ໄດ້ດຳເນີນໃນວັນທີ 12 ພະຈິກ ຢູ່ຮ່າໂນ້ຍ, ແມ່ນເວທີປາໄສເພື່ອໃຫ້ບັນດານັກວິທະຍາສາດ, ນັກຄົ້ນຄ້ວາ ມີການສັງເກດຢ່າງເລິກເຊິ່ງກວ່າກ່ຽວກັບທີ່ຕັ້ງ, ບົດບາດຂອງ ກວັກຕືຢາມ ໃນປະຫວັດສາດແຫ່ງການສຶກສາ ແລະ ວັດທະນະທຳ ຫວຽດນາມ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ກ່ຽວກັບກິດຈະກຳສະເຫຼີມສະຫຼອງ 950 ປີແຫ່ງ ກວັກຕືຢາມ (1076-2026) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຊວັນກຽວ, ຜູ້ອຳນວຍການສູນການເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມຽວ - ກວັກຕືຢາມ ໃຫ້ຮູ້ວ່າ:
ນັບແຕ່ຕົ້ນປີ 2026 ມາຮອດປັດຈຸບັນ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍ 10 ກຸ່ມໜ້າທີ່, ໃນນັ້ນມີ 9 ກຸ່ມໜ້າທີ່ຮັບໃຊ້ໂດຍກົງສຳລັບພິທີສະຫຼອງ 950 ປີແຫ່ງວັນສ້າງຕັ້ງ ກວັກຕືຢາມ ແລະ 1 ກຸ່ມໜ້າທີ່ມຸ່ງໄປເຖິງການສະເຫຼີມສະຫຼອງ 1000 ປີແຫ່ງວັນສ້າງຕັ້ງ ກວັກຕືຢາມ. ໃນນັ້ນ, ຈຸດສຸມແມ່ນກອງປະຊຸມສຳມະນາວິທະຍາຊາດລະດັບຊາດ 950 ປິແຫ່ງວັນສ້າງຕັ້ງ ກວັກຕືຢາມ: ມໍລະດົກການຮ່ຳຮຽນຂອງຜູ້ມີຄວາມເກັ່ງກ້າສາມາດ ແລະ ຄວາມມຸ່ງຫວັງພັດທະນາປະເທດຊາດ ແລະ ພິທີສະເຫຼີມສະຫຼອງລະດັບຊາດ 950 ປີແຫ່ງວັນສ້າງຕັ້ງ ກວັກຕືຢາມ. ນີ້ແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າໃນການຮ່ຳຮຽນ ຂອງ ຫວຽດນາມ, ການສະແດງຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ, ຜູ້ທີ່ໄດ້ສ້າງຕັ້ງພັດທະນາ ກວັກຕືຢາມ ແລະ ກໍ່ແມ່ນໂອກາດເພື່ອໂຄສະນາບັນດາຄຸນຄ່າຂອງ ກວັກຕືຢາມ ກັບເພື່ອນມິດສາກົນ.






