• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WTO ຮັບເອົາສະມາຊິກທີ 165

ພາຍຫລັງ 17 ປີແຫ່ງການເຈລະຈາກັບບັນດາສະມາຊິກຂອງອົງການການຄ້າໂລກ (WTO), Comoros, ແມ່ນປະເທດເກາະ ຢູ່ອະຟຼິກາ ໄດ້ກາຍເປັນສະມາຊິກທີ 165 ຂອງອົງການນີ້.
ສຳນັກງານ WTO ຢູ່ ເຊີແນວ ປະເທດ ສະວິດ. ພາບ:REUTERS/TTXVN

ກ່ອນນັ້ນ ບັນດາສະມາຊິກ ໄດ້ຮັບຮູ້ເລື່ອງ Comoros ເຂົ້າຮ່ວມ WTO ໃນເດືອນ ກຸມພາ  ປີ 2023. ທ່ານເອກອັກຄະລັດຖະທູດ Comoros, Sultan Chouzour ໄດ້ມອບເອກະສານຮັບຮູ້ອະນຸສັນຍາເຂົ້າຮ່ວມ WTO ຂອງປະເທດນີ້ ໃຫ້ແກ່ຜູ້ອຳນວຍການໃຫຍ່ WTO, ທ່ານ Ngozi Okonjo-Iweala ຢູ່ກອງປະຊຸມຂອງສະມັດຊາໃຫຍ່ ໃນວັນທີ 22 ກໍລະກົດຜ່ານມາ. ພາຍຫລັງ 30 ວັນ, Comoros ໄດ້ກາຍເປັນສະມາຊິກຂອງ WTO ຢ່າງເປັນທາງການ. ພ້ອມກັນນັ້ນ, Comoros ກໍ່ໄດ້ສົ່ງເອກະສານຮັບຮູ້ຂໍ້ຕົກລົງກ່ຽວກັບການຫນູນຊ່ວຍອາຊີບຫາປາ,  ອັນໄດ້ຍົກຍອດຈຳນວນປະເທດຮັບຮູ້ຂໍ້ຕົກລົງແມ່ນ 82 ປະເທດ.

          ທ່ານ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ WTO ຢືນຢັນ: ເລື່ອງ Comoros ກາຍເປັນສະມາຊິກ ຈະເພີ່ມເຕີມສຽງເວົ້າມີຄຸນຄ່າໃຫ້ແກ່ລະບົບການຄ້າຫລາຍຝ່າຍ. ມາຮອດປະຈຸບັນ ມີ 22 ລັດຖະບານລວມມີ: 8 ປະເທດອາຟຼິກາ ຍັງຄົງເຈລະຈາເພື່ອເຂົ້າເປັນສະມາຊິກ WTO.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top