• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WTO: ຄວາມເຄັ່ງຕຶງຢູ່ທະເລແດງ ເຮັດໃຫ້ສະພາບການຄ້າທົ່ວໂລກປີ 2024 ບໍ່ມີຄວາມປະເອີບໃຈປານໃດ

ການຄ້າທົ່ວໂລກໃນປີ 2024 ນີ້ບໍ່ມີຄວາມປະເອີບໃຈປານໃດຍ້ອນຜົນສະທ້ອນຈາກສະພາບຄວາມເຄັ່ງຕຶງຢູ່ທະເລແດງ. ກ່າວຄຳເຫັນຕໍ່ບັນດານັກຂ່າວທີ່ເວທີປາໄສເສດຖະກິດໂລກ (WEF) ທີ່ພວມຈັດຂຶ້ນຢູ່ Davos, ປະເທດ ສະວິດ, ການນຳ WTO ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດທົ່ວໂລກຖືກຊຸດໂຊມລົງ...
ກ່ຳປັ່ນຂອງທະຫານເຮືອ ອິດສະຣາແອນ ລາດຕະເວນ ຢູ່ເຂດທະເລ ແດງ ໃນວັນທີ 26 ທັນວາ 2023 (ພາບ: AFP/TTXVN)

ວັນທີ 17 ມັງກອນ, ທ່ານນາງ Ngozi Okonjo – Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ໃຫ້ຂໍ້ສັງເກດວ່າ: ການຄ້າທົ່ວໂລກໃນປີ 2024 ນີ້ບໍ່ມີຄວາມປະເອີບໃຈປານໃດຍ້ອນຜົນສະທ້ອນຈາກສະພາບຄວາມເຄັ່ງຕຶງຢູ່ທະເລແດງ. ກ່າວຄຳເຫັນຕໍ່ບັນດານັກຂ່າວທີ່ເວທີປາໄສເສດຖະກິດໂລກ (WEF) ທີ່ພວມຈັດຂຶ້ນຢູ່ Davos, ປະເທດ ສະວິດ, ການນຳ WTO ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດທົ່ວໂລກຖືກຊຸດໂຊມລົງ, ບັນດາຄວາມເຄັ່ງຕຶງດ້ານພູມີສາດການເມືອງຮ້າຍແຮງລົງ, ສະພາບຂາດວັກຂາດຕອນເກີດຂຶ້ນໃໝ່ຢູ່ທະເລແດງ, ເຂດເໝືອງ Suez, Panama ເຮັດໃຫ້ສະພາບການຄ້າທົ່ວໂລກບໍ່ມີຄວາມປະເອີບໃຈປານໃດ.

ກ່ອນທີ່ເກີດການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ ໃນເດືອນ ຕຸລາ 2023 ຜ່ານມາ, WTO ຄາດຄະເນວ່າ ການຄ້າທົ່ວໂລກເຕີບໂຕ 0,8% ໃນປີ 2023 ແລະ 3,3% ໃນປີ 2024. ແຕ່ເຖິງຢ່າງໃດກໍ່ຕາມ, ໃນບົດຄຳເຫັນປະກາດໃນທ່ານນາງ Okonjo – Iweala ກ່າວເຕືອນວ່າ: ລະດັບການເຕີບໂຕຂອງປີ 2024 ອາດຈະຕ່ຳກ່ວາ. WTO ໃຫ້ຂໍ້ສັງເກດວ່າ: ມີຄວາມສ່ຽງທີ່ອາດຈະເຮັດໃຫ້ລະດັບການເຕີບໂຕດ້ານການຄ້າທົ່ວໂລກໃນປີ 2024 ຫລຸດລົງ ເມື່ອທຽບໃສ່ບັນດາການຄາດຄະເນກ່ອນໜ້ານັ້ນ. ອົງການນີ້ຈະຕີລາຄາຄືນ ແລະ ດັດປັບການຄາດຄະເນໃນເວລາກ່ວາ 1 ເດືອນຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top