• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວ​ເຕືອນ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ແຜ​່​ລາມ​ອອກ​ສູ່​ທົ່ວ​ໂລກ

ປັດຈຸບັນ, ທົ່ວໂລກຢັ້ງຢືນມີຫຼາຍກວ່າ 60 ປະເທດ ກວດພົບມີເຊື້ອໄວຣັດກາຍພັນ Omicron ແລ້ວ ແລະ ມີຄວາມສ່ຽງສູງທີ່ຈະແຜ່ລາມອອກສູ່ທົ່ວໂລກ ເມື່ອມີຫຼັກຖານທີ່ຊີ້ໃຫ້ເຫັນວ່າ ເຊື້ອໄວຣັດກາຍພັນນີ້ ສາມາດຕ້ານຄືນພູມຕ້ານທານ ເຊິ່ງວັກຊິນກໍ່ຂຶ້ນ, ໃນຂະນະນັ້ນ ວົງການນັກຊ່ຽວຊານ ຍັງບໍ່ທັນມີຂໍ້ມູນເອກະສານຫຼາຍພຽງພໍເພື່ອຢັ້ງຢືນຄວາມອັນຕະລາຍຂອງເຊື້ອໄວຣັດກາຍພັນນີ້.
ໃນໄລຍະລໍຖ້າບົດລາຍງາຍໃໝ່ກ່ຽວກັບເຊື້ອໄວຣັດກາຍພັນ  Omicron, ວົງການນັກວິທະຍາສາດຖືວ່າ ສັກວັກຊິນແມ່ນວິທີດີທີ່ສຸດເພື່ອກັນພະຍາດໂຄວິດ - 19 (ພາບ: Reuters)

ໃນບົດລາຍງານໃນວັນທີ 12 ທັນວາ, ບັນດານັກຊ່ຽວຊານດ້ານສາທາລະນະສຸກຂອງ WHO ກໍ່ໄດ້ຢັ້ງຢືນຄືນການຕີລາຄາເບື້ອງຕົ້ນໃນວັນທີ 29 ພະຈິກ ວ່າ ຄວາມສ່ຽງທີ່ກ່ຽວຂ້ອງເຖິງເຊື້ອໄວຣັດກາຍພັນ Omicron ແມ່ນຍັງສູງທີ່ສຸດ. ມີຫຼັກຖານເບື້ອງຕົ້ນທີ່ຊີ້ໃຫ້ເຫັນວ່າ Omicron ສາມາດຫຼີກລ້ຽງລະບົບພູມຕ້ານທານຂອງຮ່າງກາຍ ແລະ ສາມາດຕິດຕໍ່ກັນໄດ້ງ່າຍ, ຜ່ານນັ້ນ ສາມາດເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ສືບຕໍ່ເພີ່ມຂຶ້ນ ດ້ວຍຜົນຕາມມາທີ່ຮ້າຍແຮງ. ຄາດວ່າ ໃນອາທິດຈະມາເຖິງ, ອົງການ WHO ຈະປະກາດບົດລາຍງາຍໃໝ່ກ່ຽວກັບເຊື້ອໄວຣັດກາຍພັນນີ້.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top