ວັນທີ 17 ພຶດສະພາ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຖະແຫຼງສະພາບການສາທາລະນະສຸກປະຊາຄົມສຸກເສີນ ກໍ່ຄວາມວິຕົກກັງວົງສາກົນສຳລັບການແຜ່ລະບາດໄວຣັດ Bundibugyo ຢູ່ ສາທາລະນະລັດປະຊາທິປະໄຕ ກົງໂກ ແລະ ອູກັນດາ. Bundibugyo ແມ່ນໄວຣັດ Ebola ຫາຍາກທີ່ຍັງບໍ່ທັນມີວັກແຊງ ຫຼື ວິທີການປິ່ນປົວທີ່ໄດ້ຮັບອະນຸຍາດ, ເຮັດໃຫ້ການຄວບຄຸມປະສົບກັບຄວາມຫຍຸ້ງຍາກກວ່າເມື່ອທຽບໃສ່ໄລຍະທີ່ໄວຣັດສາຍພັນ Zaire ແຜ່ລະບາດກ່ອນນີ້.
ໃນສະພາບການນັ້ນ, ວັນທີ 23 ພຶດສະພາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ WHO ຕີລາຄາວ່າ ຄວາມສ່ຽງແຜ່ລະບາດພະຍາດ Ebola ໃນທົ່ວໂລກແມ່ນຢູ່ລະດັບຕ່ຳ; ພ້ອມກັນນັ້ນ ກໍ່ຮັບຮູ້ຄວາມເປັນເຈົ້າການຂອງກະຊວງສາທາລະນະສຸກ ຫວຽດນາມ ແລະ ການຊີ້ນຳຢ່າງຮີບເຮັ່ງຂອງລັດຖະບານ ໃນວຽກງານກຽມພ້ອມລະບົບ ແລະ ກຳລັງຄວາມສາມາດຮັບມືກັບໂລກລະບາດ.
ກະຊວງສາທາລະສຸກ ຫວຽດນາມ ໄດ້ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບຄວາມສ່ຽງ ເພື່ອສະໜອງຂໍ້ມູນເປັນທາງການກ່ຽວກັບສະພາບຂອງພະຍາດ ແລະ ບັນດາມາດຕະການປ້ອງກັນ, ຕ້ານພະຍາດໄປເຖິງປະຊາຊົນ.







