ບັນດາຝ່າຍພວມຢູ່ໃນໄລຍະເປັນເອກະພາບສຸດທ້າຍກ່ຽວກັບບົດບັນທຶກຊ່ວຍຈຳ 14 ຂໍ້
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS/Kylie Cooper)
ວັນທີ 23 ພຶດສະພາ, ວົງການເຈົ້າໜ້າທີ່ ອີຣານ ແລະ ປາກິດສະຖານ ພ້ອມກັນແຈ້ງວິວັດທະນາການເຈລະຈາ ອາເມລິກາ - ອີຣານ ທີ່ບັນລຸໄດ້ຄວາມຄືບໜ້າຢ່າງໃຫຍ່ຫຼວງ, 2 ຝ່າຍນັບມື້ນັບກ້າວເຂົ້າໃກ້ກັບຂໍ້ຕົກລົງຢຸດຕິການປະທະກັນກວ່າ.
ກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງລັດ ອີຣານ, ທ່ານ Esmaeil Baqaei, ໂຄສົກກະຊວງການຕ່າງປະເທດ ອີຣານ ຢືນຢັນວ່າ ບັນດາຝ່າຍພວມຢູ່ໃນໄລຍະເປັນເອກະພາບສຸດທ້າຍກ່ຽວກັບບົດບັນທຶກຊ່ວຍຈຳ 14 ຂໍ້. ບັນດາເນື້ອໃນຫຼັກລວມມີ: ການສິ້ນສຸດສົງຄາມຢ່າງສິ້ນເຊີງ, ຍົກເລີກການປິດລ້ອມກອງທັບເຮືອ ອາເມລິກາ ແລະ ປົດປ່ອຍບັນດາຊັບສົມບັດທີ່ຖືກອາຢັດຂອງ ອີຣານ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ ອີຣານ ຍອມຮັບວ່າ ເຕເຮຣານ ແລະ ວໍຊິງຕັນ ຍັງບໍ່ທັນເປັນເອກະພາບທິດທາງລວມກ່ຽວກັບຈຸດເວລາເຊັນບົດບັນທຶກຊ່ວຍຈຳດັ່ງກ່າວ.
ໃນຂະນະນັ້ນ, ເມື່ອຕອບສຳພາດຜ່ານໂທລະສັບກັບວິທະຍຸ CBS ໃນວັນທີ 23 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ແລະ ເຕເຮຣານ ພວມ “ກ້າວເຂົ້າໃກ້” ຂໍ້ຕົກລົງໜຶ່ງ. ເຖິງຢ່າງໃດກໍ່ຕາມ, ທ່ານຢືນຢັນວ່າ ຝ່າຍ ອາເມລິກາ ພຽງເຫັນດີກັບຂໍ້ຕົກລົງເຊິ່ງໃນນັ້ນ ບັນລຸໄດ້ທຸກສິ່ງທີ່ ວໍຊິງຕັນ ຢາກໄດ້, ພ້ອມກັນນັ້ນ ກໍ່ຢືນຢັນເປົ້າໝາຍຫຼັກແຫຼ່ງຂອງ ອາເມລິກາ ແມ່ນຮັບປະກັນໃຫ້ ອີຣານ ບໍ່ສາມາດກຳມະສິດອາວຸດນິວເຄຼຍ.
(ແຫຼ່ງຄັດຈາກ VOV)