ນີ້ແມ່ນເທື່ອທີ 3 ຕິດຕໍ່ກັນທີ່ກອງປະຊຸມ NPT RevCon ບໍ່ສາມາດຮັບຮອງເອົາເອກະສານສຸດທ້າຍ ຍ້ອນຄວາມແຕກຕ່າງລະຫວ່າງປະເທດສະມາຊິກຈຳນວນໜຶ່ງ.
ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: UN)
ພາຍຫຼັງເຮັດວຽກມາເປັນເວລາ 4 ອາທິດ, ກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ ຄັ້ງທີ 11 (NPT RevCon 11) ໄດ້ອັດລົງໃນວັນທີ 23 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ອາເມລິກາ, ແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເອກະສານໝາກຜົນສຸດທ້າຍ.
ນີ້ແມ່ນເທື່ອທີ 3 ຕິດຕໍ່ກັນທີ່ກອງປະຊຸມ NPT RevCon ບໍ່ສາມາດຮັບຮອງເອົາເອກະສານສຸດທ້າຍ ຍ້ອນຄວາມແຕກຕ່າງລະຫວ່າງປະເທດສະມາຊິກຈຳນວນໜຶ່ງ.
ກ່າວຄຳເຫັນໃນຖານະເປັນປະທານກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ເຖິງວ່າບໍ່ມີເອກະສານເຫັນດີເຫັນພ້ອມ, ແຕ່ທຸກປະເທດສະມາຊິກກໍ່ສືບຕໍ່ແບ່ງປັນເປົ້າໝາຍລວມກ່ຽວກັບໂລກທີ່ບໍ່ມີອາວຸດນິວເຄຼຍ, ມານະພະຍາຍາມສົນທະນາເຈລະຈາໃນສະພາບການໂລກທີ່ຂາດສະຖຽນລະພາບ, ກະແຈກກະຈາຍ ແລະ ຂາດຄວາມໄວ້ເນື້ອເຊື່ອໃຈ.
(ແຫຼ່ງຄັດຈາກ VOV)