ຂ່າວສານ

WHO ຮັບຮູ້ຄວາມເປັນເຈົ້າການຂອງກະຊວງສາທາລະນະສຸກ ຫວຽດນາມ ໃນການກະກຽມຮັບມືກັບພະຍາດ Ebola

WHO ຕີລາຄາວ່າ ຄວາມສ່ຽງແຜ່ລະບາດພະຍາດ Ebola ໃນທົ່ວໂລກແມ່ນຢູ່ລະດັບຕ່ຳ
  Bundibugyo ແມ່ນໄວຣັດ Ebola ຫາຍາກທີ່ຍັງບໍ່ທັນມີວັກແຊງ ຫຼື ວິທີການປິ່ນປົວທີ່ໄດ້ຮັບອະນຸຍາດ (ພ​າບ​ປະ​ກອບ: REUTERS/Stringer)  

ວັນ​ທີ 17 ພຶດ​ສະ​ພາ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຖະ​ແຫຼງ​ສະ​ພາບ​ການ​ສາ​ທາ​ລະ​ນະ​ສຸກ​ປະ​ຊາ​ຄົມ​ສຸກເສີນ ກໍ່​ຄວາ​ມ​ວິ​ຕົກ​ກ​ັງ​ວົງ​ສາ​ກົນ​ສຳ​ລັບ​ການ​ແຜ່​ລະ​ບາດ​ໄວ​ຣັດ Bundibugyo ຢູ່ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ກົງ​ໂກ ແລະ ອູກັນ​ດາ. Bundibugyo ແມ່ນ​ໄວ​ຣັດ Ebola ຫາ​ຍາກທີ່​ຍັງບໍ່​ທັນ​ມີ​ວັກ​ແຊງ ຫຼື ວິ​ທີ​ການ​ປິ່ນ​ປົວ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ, ເຮັດ​ໃຫ້​ການ​ຄວບ​ຄຸມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ເມື່ອ​ທຽບ​ໃສ່ໄລຍະທີ່​​ໄວ​ຣັດ​ສາຍພັນ Zaire ແຜ່​ລະ​ບາດກ່ອນນີ້.

ໃນ​ສະ​ພາບ​ການນັ້ນ, ວັນ​ທີ 23 ພຶດ​ສະ​ພາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໃຫ້​ຮູ້​ວ່າ WHO ຕີ​ລາ​ຄາ​ວ່າ ຄວາມ​ສ່ຽງ​ແຜ່​ລະ​ບາດ​ພະ​ຍາດ Ebola ​ໃນ​ທົ່ວ​ໂລກ​ແມ່ນ​ຢູ່ລະ​ດັບ​ຕ່ຳ; ພ້ອມ​ກັນ​ນັ້ນ​ ກໍ່ຮັບ​ຮູ້​ຄວາມ​ເປັນ​ເຈົ້າ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລະ ການ​ຊີ້​ນຳ​ຢ່າງ​ຮີບ​ເຮັ່ງ​ຂອງ​ລັດ​ຖະ​ບານ ໃນ​ວຽກ​ງານ​ກຽມ​ພ້ອມ​ລະ​ບົບ ແລະ ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ໂລກ​ລະ​ບາດ.

ກະ​ຊວງ​ສາ​ທາ​ລະ​ສຸກ ຫວຽດ​ນາມ ໄດ້​ຍູ​້​ແຮງ​ການ​ໂຄ​ສະ​ນາເຜີຍແຜ່ກ່ຽວກັບ​ຄວາມ​ສ່ຽງ ເພື່ອ​ສະ​ໜອງ​ຂໍ້​ມູນ​ເປັນ​ທາງ​ການ​ກ່ຽວ​ກັບ​ສະ​ພາບ​ຂອງ​ພະ​ຍາດ ແລະ ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດໄປ​ເຖິງ​ປະ​ຊາ​ຊົນ.


top