• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຫລຸດຜ່ອນລາຍຈ່າຍ, ດັດປັບການໃຫ້ບຸລິມະສິດພາຍຫລັງ ອາເມລິກາ ຖອນຕົວອອກ

ອາເມລິກາ ແມ່ນນັກອຸປະຖຳໃຫຍ່ສຸດຂອງ WHO ກວມເອົາປະມານ 18% ຍອດງົບປະມານຂອງອົງການນີ້. ງົບປະມານໃນສອງປີມໍ່ໆມານີ້ຂອງ WHO ໃຫ້ແກ່ໄລຍະ 2024-2025 ແມ່ນ 6,8 ຕື້ USD.
ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການ WTO ກ່າວຄຳເຫັນໃນການຖະແຫລງຂ່າວຢູ່ ເຊີແນວ, ສະວິດ. (ພາບ:THX/TTXVN)

ອົງການອະນາໄມໂລກ (WHO) ຈະປະຕິບັດບັນດາມາດຕະການຫລຸດຜ່ອນລາຍຈ່າຍ ແລະ ພິຈາລະນາຄືນບັນດາໂຄງການໃຫ້ບຸລິມະສິດພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫລງວ່າ ອາເມລິກາ ຖອນຕົວອອກຈາກອົງການນີ້ ໃນວັນທີ 20 ມັງກອນ. ຕາມບົດບັນທຶກຊ່ວຍຈຳອອກໃນວັນທີ 23 ມັງກອນ ສົ່ງເຖິງພາລະກອນ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການ WHO ໃຫ້ຮູ້ວ່າ: ຄວາມຕັດສິນດັ່ງກ່າວຂອງທ່ານປະທານາທິບໍດີ Trump ໄດ້ເຮັດໃຫ້ດ້ານການເງິນຂອງ WHO ຕົກເຂົ້າສູ່ສະພາບຮີບດ່ວນກວ່າ.

ພາຍຫລັງການປະກາດຂອງທ່ານ Donald Trump, ວັນທີ 23 ມັງກອນ, ສະຫະປະຊາຊາດ ກຳນົດວ່າ ອາເມລິກາ ຈະຖອນຕົວອອກຈາກ WHO ໃນວັນທີ 22 ມັງກອນປີ 2026. ອາເມລິກາ ແມ່ນນັກອຸປະຖຳໃຫຍ່ສຸດຂອງ WHO ກວມເອົາປະມານ 18% ຍອດງົບປະມານຂອງອົງການນີ້. ງົບປະມານໃນສອງປີມໍ່ໆມານີ້ຂອງ WHO ໃຫ້ແກ່ໄລຍະ 2024-2025 ແມ່ນ 6,8 ຕື້ USD.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top