• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ ເພື່ອ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ຖອຍ​ໄປ

ໃນສະພາບທີ່ຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ຫຼຸດລົງຢ່າງແຮງ, ບັນດາປະເທດຕ້ອງຍາດແຍ່ງເງື່ອນໄຂສະດວກນີ້ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ.

ໃນສະພາບທີ່ຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ຫຼຸດລົງຢ່າງແຮງ, ບັນດາປະເທດຕ້ອງຍາດແຍ່ງເງື່ອນໄຂສະດວກນີ້ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ. 

    

ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ລັດເຊຍ (ພາບ: THX/ TTXVN)

ໃນບົດລາຍງານກ່ຽວກັບໂລກລະບາດໂຄວິດ - 19 ປະຈຳອາທິດສະບັບຫຼ້າສຸດ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄວນຮັກສາຜົນງານໃນການປ້ອງກັນ, ຕ້ານໂລກລະບາດ ໂດຍຜ່ານມາດຕະການໃນປັດຈຸບັນ, ໃນນັ້ນ ມີການຍູ້ແຮງການສັກວັກຊິນກັນພະຍາດ; ຮັບປະກັນແຫຼ່ງສະໜອງອຸປະກອນການແພດ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ແທດເໝາະ. ທ່ານຜູ້ອຳນວຍການໃຫຍ່ Ghebreyesus ເນັ້ນໜັກວ່າ ໃນສະພາບທີ່ຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ຫຼຸດລົງຢ່າງແຮງ, ບັນດາປະເທດຕ້ອງຍາດແຍ່ງເງື່ອນໄຂສະດວກນີ້ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ. WHO ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງຜັນຂະຫຍຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ 100% ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ແລະ ຖືນີ້ແມ່ນບຸລິມະສິດແຖວໜ້າໃນຄວາມມານະພະຍາຍາມບັນລຸໄດ້ອັດຕາປົກຄຸມວັກຊິນກັນພະຍາດໂຄວິດ - 19 ໃຫ້ໄດ້ 70% ຈຳນວນປະຊາກອນ. ພ້ອມດຽວກັນນັ້ນ, ບັນດາປະເທດສືບຕໍ່ຮັກສາການກວດວິໄຈ ແລະ ແກ້ໂຄງສ້າງແຢນໄວຣັດ SARS – CoV – 2 ເພື່ອຕິດຕາມກວດກາເຊື້ອໄວຣັດກາຍພັນ; ຮັບປະກັນໃຫ້ມີລະບົບສາທາລະນະສຸກທີ່ກຽມພ້ອມເບິ່ງແຍງດູແລຄົນເຈັບ, ກໍຄືນຳເອົາການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ເຂົ້າໃນລະບົບເບິ່ງແຍງດູແລສຸຂະພາບທົ່ວໄປ.

ຕາມບົດລາຍງານກ່ຽວກັບພະຍາດໂຄວິດ - 19 ປະຈຳອາທິດ ສະບັບຫຼ້າສຸດ ແຕ່ວັນທີ 5 – 11 ກັນຍາ ສົ່ງໃຫ້ບັນດາອົງການສື່ມວນຊົນ ແລ້ວ, ອາທິດຜ່ານມາ ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 3,1 ລ້ານຄົນ (ຫຼຸດລົງ 28% ເມື່ອທຽບໃສ່ອາທິດກ່ອນໜ້ານັ້ນ) ແລະ ມີຜູ້ເສຍຊີວິດເກືອບ 11.000 ຄົນ (ຫຼຸດລົງ 22% ເມື່ອທຽບໃສ່ອາທິດແລ້ວນັ້ນ). ໄລ່ມາຮອດປັດຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອທັງໝົດ 618 ລ້ານຄົນ, ໃນນັ້ນ ມີກວ່າ 6,5 ລ້ານຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top