• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018: ຍີ່ປຸ່ນ,ຫວຽດນາມຮຽກຮ້ອງໃຫ້ອາເມລິກາເຂົ້າຮ່ວມ CPTPP ຄືນໃໝ່

ວັນທີ 13 ກັນຍາ, ຍີ່ປຸ່ນ ແລະ ຫວຽດນາມ ໄດ້ຮຽກຮ້ອງອາເມລິກາ ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ປະຈຸບັນໄດ້ປ່ຽນຊື່ແມ່ນ ສັນຍາຄູ່ຮ່ວມມືກ້າວໜ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP) ຄືນໃໝ່, ເປັນເວລາເກືອບ 2 ປີນັບແຕ່ມື້ທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນອອກຈາກຂໍ້ຕົກລົງການຄ້າດັ່ງກ່າວ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ

ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono

(ພາບ: TTXVN)

ຕາມສຳນັກຂ່າວສານ AFP ຂອງຝລັ່ງແລ້ວ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2018 (WEF ASEAN 2018) ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ຖະແຫຼງວ່າ, ບັນດາປະເທດສະມາຊິກ CPTPP ຍັງເຊື່ອໝັ້ນວ່າ ຂໍ້ຕົກລົງການຄ້ານີ້ແມ່ນວິທີດີທີ່ສຸດໃຫ້ແກ່ອາເມລິກາ, ແມ່ນກາລະໂອກາດດຶງດູດໃຫ້ແກ່ຂະແໜງອຸດສາຫະກຳ, ກໍຄືກະສິກຳຂອງພື້ນຖານເສດຖະກິດແຖວໜ້າຂອງໂລກນີ້. ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສະໜັບສະໜູນຄຳຖະແຫຼງຂອງທ່ານ Kono, ພ້ອມທັງຕີລາຄາວ່າ CPTPP ແມ່ນ “ຂໍ້ຕົກລົງການຄ້າມີມາດຕະການສູງ”.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top