• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF-ASEAN 2018: ເວທີປາໄສເປີດດ້ວຍຫົວຂໍ້: “ອາຊຽນ 4.0 ກາລະໂອກາດໃຫ້ໝົດທຸກຄົນ”

ເວທີປາໄສເປີດດ້ວຍຫົວຂໍ້: “ອາຊຽນ 4.0: ກາລະໂອກາດໃຫ້ໝົດທຸກຄົນ” ແມ່ນການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່ ຮ່າໂນ້ຍ. 


ທ່ານ ຈູງອກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກ່າວທີ່ເວທີປາໄສ

ພາບ:vietnam+

ກ່າວຄຳເຫັນທີ່ເວທີປາໄສ, ສາດສະດາຈານ Klaus Schwab ຜູ້ກໍ່ຕັ້ງ, ປະທານຜູ້ບໍລິຫານ WEF ເນັ້ນຫນັກວ່າ ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ສ້າງຄວາມແຕກຕ່າງ ເມື່ອຍົກລະດັບເຕັກໂນໂລຊີຢ່າງຮອບດ້ານກວ່າ, ເຮັດໃຫ້ຮູບແບບດຳເນີນທຸລະກິດມີການປ່ຽນແປງຢ່າງແຮງ, ການແກ້ງແຍ້ງຂອງບັນດາວິສາຫະກິດໃນທົ່ວໂລກ, ບັນດາພື້ນຖານເສດຖະກິດ ແລະ ບັນດາບັນຫາສັງຄົມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນດາປະເທດຕ້ອງຮັບມືຢ່າງທັນການ.

        “ໃນອະນາຄົດ, ບັນດາປະເທດທີ່ປະສົບຜົນສຳເລັດ ແມ່ນບັນດາປະເທດສາມາດກຳແຫນ້ນກາລະໂອກາດ, ທ່າໄດ້ປຽບ ຊື່ງການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້. ເພື່ອກຽມພ້ອມໃຫ້ການຮັບມືນັ້ນ ເງື່ອນໄຂທຳອິດ ແມ່ນຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກັບລະດັບສຳຄັນຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ລະດົມທຸກແຫລ່ງກຳລັງເພື່ອກະກຽມແກ່ການກຳແຫນ້ນກາລະໂອກາດໃຫ້ດີສຸດ. ຄຽງຄູ່ກັນນັ້ນ ບັນດາປະເທດ ຄວນສ້າງບັນດານະໂຍບາຍທີ່ຈຳເປັນ, ສົ່ງເສີມຈິດໃຈຂອງປະຊາຄົມນັກທຸລະກິດໃນສັງຄົມ”

ທັດສະນະຂອງຫວຽດນາມ ແມ່ນຖືການກຳນົດກາລະໂອກາດ ແລະ ສິ່ງທ້າທາຍໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແມ່ນເສັ້ນທາງວ່ອງໄວ ແລະ ມີປະສິດທິຜົນ ເພື່ອສ້າງບາດກ້າວບຸກທະລຸ, ຮັດແຄບຄວາມແຕກໂຕນກ່ຽວກັບລະດັບການພັດທະນາກັບບັນດາປະເທດໃນໂລກ. ທ່ານ ຈູງອກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປາດຖະຫນາຢາກເພີ່ມທະວີການແລກປ່ຽນ, ໂອ້ລົມສົນທະນາ ແລະ ໄດ້ຮັບການແບ່ງປັນ, ສະຫນັບສະຫນູນ, ການຮ່ວມມື ຈາກບັນດາການນຳ, ຜູ້ຊ່ຽວຊານ, ວິສາຫະກິດ ຂອງ WEF ກ່ຽວກັບບັນດາມາດຕະການ, ໂຄງການດຳເນີນງານ ຊຸກຍູ້ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນອາຊຽນ, ເພີ່ມທະວີກຳລັງຄວາມສາມາດຮ່ວມສຳພັນລະຫວ່າງບັນດາປະເທດໃນອາຊຽນ ກ່ຽວກັບການປ່ຽນໃຫມ່ປະດິດຄິດສ້າງເພື່ອເສີມຂະຫຍາຍບັນດາກາລະໂອກາດ, ການຮັບມືກັບບັນດາສິ່ງທ້າທາຍຂອງການປະຕິວັດອຸດສາຫະກຳ 4.0.

ທີ່ເວທີປາໄສເປີດ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານເຕັກໂນໂລຊີ, ວິສາຫະກິດ Starup, ຊາວຫນຸ່ມ, ນັກສຶກສາ ໄດ້ສຸມໃສ່ແລກປ່ຽນ ແລະ ປຶກສາຫາລືບັນດາແນວຄວາມຄິດ, ຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືທົ່ວໂລກເພື່ອນຳພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນສູນ Starup ປ່ຽນໃຫມ່ປະດິດຄິດສ້າງ, ເປັນເຈົ້າການໃນການສ້າງສັນ, ເປັນເຈົ້າ ແລະ ຂຸດຄົ້ນບັນດາຜົນງານຂອງການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ..

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top