• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF 2023: ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຫາກໍ່ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ປີ 2023 ຢູ່ Davos, ສະວິດ, ໃນລະຫວ່າງວັນທີ 16 – 17 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງເປັນປະທານບໍລິຫານເວທີປາໄສເສດຖະກິດ ໂລກ (WEF). ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຢູ່ WEF 2023 ສະແດງໃຫ້ເຫັນພາບພົດຂອງ ຫວຽດນາມ ທີ່ມີຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບົດຮຽນປະສົບການຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດສັງຄົມ, ດຶງດູດແຫຼ່ງເງິນລົງທຶນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ (ພາບ: ຫງວຽນຮົ່ງ)

ການຮ່ວມມືຂອງ ຫວຽດນາມ ກັບ WEF ເລີ່ມແຕ່ປີ 1989 ແລະ ມາຮອດປັດຈຸບັນ WEF ຍັງແມ່ນເວທີປາໄສສຳຄັນ, ປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ຢ່າງແທດຈິງ.

ຫວຽດນາມ - WEF: ການພົວພັນຢ່າງແໜ້ນແຟ້ນ

ຫວຽດນາມ ຖືການຮ່ວມມືກັບ WEF ເປັນສຳຄັນ, ຖືນີ້ແມ່ນກົນໄກສົນທະນາສຳຄັນເພື່ອໂຄສະນາພາບພົດປະເທດຊາດ, ຊຸກຍູ້ແນວຄວາມຕິດກ່ຽວກັບການປະຕິຮູບ ແລະ ພັດທະນາເສດຖະກິດ, ເປີດກາລະໂອກາດໃຫຍ່ໃນການດຶງດູດເງິນລົງທຶນຕ່າງປະເທດເພື່ອພັດທະນາປະເທດຊາດ. ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມຂອງ WEF, ພ້ອມທັງປະກອບຂໍ້ລິເລີ່ມຫຼາຍຂໍ້ທີ່ພົ້ນເດັ່ນຢູ່ເວທີປາໄສໃນໄລຍະ 30 ປີແຫ່ງການເຂົ້າຮ່ວມ. ບັນດາການນຳຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມປະຈຳປີຂອງ WEF ທີ່ໄດ້ຈັດຂຶ້ນຢູ່ Davos ເປັນປະຈຳ, ຕັ້ງໜ້າເຂົ້າຮ່ວມ ແລະ ສົມທົບກັບອາຊຽນຢ່າງມີປະສິດທິຜົນໃນການຈັດຕັ້ງກອງປະຊຸມຂອງ ເວທີປາໄສ WEF ຢູ່ພາກພື້ນ. ເລື່ອງ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື ກັບ WEF ປະກອບສ່ວນຫັນແຜນນະໂຍບາຍຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານການຕ່າງປະເທດຫຼາຍຝ່າຍຂອງພັກ ແລະ ລັດເປັນລະອຽດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ:

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມບັນດາການເຄື່ອນໄຫວປະຈຳປີຂອງ ເວທີປາໄສເສດຖະກິດໂລກ ເປັນປະຈຳ. ສອງຝ່າຍກໍ່ມີແຜນການຮ່ວມມືໄລຍະຍາວ ແລະ ຜັນຂະຫຍາຍການຈັດຕັ້ງບາງເຫດການລວມ, ພົ້ນເດັ່ນແມ່ນການຈັດຕັ້ງເວທີປາໄສເສດຖະກິດ ລະຫວ່າງ WEF ແລະ ອາຊຽນໃນປີ 2018ຢ່າງປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າ ເຫັນໄດ້ຢ່າງຈະແຈ້ງວ່າ ເວທີປາໄສເສດຖະກິດໂລກບໍ່ພຽງແຕ່ເຊີດຊູ ຫວຽດນາມ ດ້ວຍຖານະເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນເທົ່ານັ້ນ ຫາກຍັງຍົກສູງ ຄວາມຕ້ອງການ, ຄຳໝັ້ນສັນຍາປ່ຽນແປງໃໝ່ ແລະ ການປະຕິຮູບຂອງລັດຖະບານ ຫວຽດນາມຫຼາຍກ່ວາອີກ. ເພາະສະນັ້ນການພົວພັນນີ້ແມ່ນການພົວພັນທີ່ແໜ້ນແຟ້ນທີ່ສຸດ.

ກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນວິໄສທັດ ກັບປະຊາຄົມສາກົນ

ໃນສະພາບການດ້ານການເມືອງ ແລະ ເສດຖະກິດໂລກ ປະສົບກັລວິກິດການ ແລະ ສິ່ງທ້າທາຍນາໆປະການ, ໂລກສັງເກດໄດ້ວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ບໍ່ພຽງແຕ່ດ້ວຍຄຳໝັ້ນສັນຍາຢ່າງແຮງ ແລະ ການຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ຫັນເປັນດີຈີຕອນເພື່ອແນໃສ່ຟື້ນຟູພາຍຫຼັງໂຄວິດ - 19 ແລະ ພັດທະນາແບບຍືນຍົງເທົ່ານັ້ນ, ຫາກຍັງບັນລຸໄດ້ບັນດາໝາກຜົນທີ່ ໜ້າປະທັບໃຈ.

ດັ່ງນັ້ນ, ກອງປະຊຸມ WEF 2023 ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມແບ່ງປັນ ກັບປະຊາຄົມສາກົນ ບັນດາພຶດຕິກຳຕົວຈິງທີ່ດີກ່ຽວກັບນະໂຍບາຍ ແລະ ບົດຮຽນປະສົບການຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດ - ສັງຄົມ, ກໍ່ຄື: ດຶງດູດເງິນລົງທຶນ, ແຫຼ່ງກຳລັງ, ຊຸກຍູ້ການຄ້າ… ກັບບັນດາອົງການຈັດຕັ້ງສາກົນ, ກຸ່ມບໍລິສັດ, ກອງທຶນລົງທຶນສາກົນ ແລະ ຢູ່ສະວິດ.

ຢູ່ກອງປະຊຸມ WEF 2023, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ວາລະປຶກສາຫາລື ສຸມໃສ່ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຄື: ວາລະປຶກສາຫາລືຂອງ ສຳພັນທະມິດມີການກະທຳເພື່ອທັນຍາຫານ “ລົງທຶນປັບປຸງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ກອງປະຊຸມກ່ຽວກັບການເຊື່ອມຕໍ່ທັນຍາຫານ - ພະລັງງານ - ແຫຼ່ງນ້ຳ”.

ທ່ານຮອງນາຍົກລັດຖະມົນຕີ ກໍ່ ເປັນປະທານຮ່ວມ“ການໂອ້ລົມສົນທະນາວິສາຫະກິດທົ່ວໂລກຫວຽດນາມ - WEF: ວິວັດການຫັນເປັນສີຂຽວ, ປະດິດຄິດສ້າງ”, ສຸມໃສ່ຫົວຂໍ້ເສດຖະກິດສີຂຽວ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ. ນອກຈາກນັ້ນ, ທ່ານຮອງນາຍົກລັດມຖະນົນຕີ ເຈິ່ນຮົ່ງຮ່າ ຍັງໄດ້ໃຫ້ການຕ້ອນຮັບທ່ານປະທານບໍລິຫານ WEF - ສາດສະດາຈານ Klaus Schwab, Achim Steiner ຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ(UNDP), ທ່ານ Axel van Trotsenburg ຜູ້ອຳນວຍການຝ່າຍບໍລິຫານຂອງທະນາຄານໂລກ ແລະ ການນຳບາງທ່ານ.

ເມື່ອເຕື້ອງເຖິງການກຳນົດທິດຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ:

ເວທີປາໄສເສດຖະກິດໂລກແມ່ນຄູ່ຮ່ວມມືສຳຄັນທີ່ສຸດເພື່ອໜູນຊ່ວຍຫວຽດນາມ ໃນການຍາດແຍ່ງເອົາແຫຼ່ງກຳລັງພາຍນອກເພື່ອຜັນຂະຫຍາຍເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ກໍ່ຄືໝູນໃຊ້ແຫຼ່ງກຳລັງເຫຼົ່ານັ້ນ ເພື່ອຜັນຂະຫຍາຍບັນດາເປົ້າໝາຍໄລຍະຍາວ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕຂອງ ຫວຽດນາມ. ທ່າແຮງຂອງເວທີປາໄສເສດຖະກິດໂລກ ແມ່ນ ເຂົາເຈົ້າມີເຄືອຂ່າຍບັນດາວິສາຫະກິດນັກລົງທຶນແຖວໜ້າໂລກ. ຜ່ານເຄືອຂ່າຍນັ້ນ, ຊ່ວຍຫວຽດນາມ ສາມາດສຳຜັດກັບບັນດານັກລົງທຶນ, ນັກດຳເນີນທຸລະກິດແຖວໜ້າໂລກ. ນອກຈາກນັ້ນ, ລະຫວ່າງ ຫວຽດນາມ ແລະ WEF ກໍ່ມີໂຄງການຮ່ວມມືເປັນປະຈຳກ່ຽວກັບການໃຫ້ຄຳປຶກສາ ແລະແລກປ່ຽນນະໂຍບາຍ. ລັດຖະບານ ຫວຽດນາມ ກຳນົດ ເວທີປາໄສເສດຖະກິດໂລກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນວິວັດການພັດທະນາເສດຖະກິດ - ສັງຄົມ.

ພາຍຫຼັງ 30 ປີແຫ່ງການຮ່ວມມືກັບ WEF, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນການເປັນສະມາຊິກທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ, ພ້ອມທັງແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ເວທີປາໄສ. ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ WEF 2023 ບໍ່ພຽງແຕ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງເຫດການເທົ່ານັ້ນ ຫາກຍັງສ້າງພື້ນຖານຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top