• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WB: ເສດຖະກິດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເຕີບໂຕເປັນບວກໃນປີ 2021

      ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ໂດຍທະນາຄານໂລກປະກາດໃນວັນທີ 5 ມັງກອນ, ພື້ນຖານເສດຖະກິດຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ໄດ້ຮັບການຄາດຄະເນວ່າຈະເຕີບໂຕເປັນບວກໃນປີ 2021. 

ພາບປະກອບ: laodong.vn)
      ຫວຽດນາມ ແລະ ມາເລເຊຍ ຈະບັນລຸລະດັບເຕີບໂຕສູງສຸດໃນພາກພື້ນ ແມ່ນ 6,7%; ໃນຂະນະ ທີ່ອິນໂດເນເຊຍ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ຈະມີການເຕີບໂຕປະມານ 4,4%. ບັນດາພື້ນຖານເສດຖະກິດທີ່ພວມປະເຊີນໜ້າກັບສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19 ຄື ຟີລິບປິນ, ໄທ ແລະ ມຽນມາ ຈະມີການເຕີບໂຕຕາມລຳດັບ 5,9%, 4% ແລະ 2%.
        ເຖິງວ່າໄດ້ຮັບການຄາດຄະເນວ່າ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ທັງໝົດຈະມີການເຕີບໂຕເປັນບວກໃນປີ 2021 ນີ້ກໍຕາມ ແຕ່ ທະນາຄານໂລກກໍໃຫ້ຄຳກ່າວເຕືອນວ່າ ວິວັດການຟື້ນຟູເສດຖະກິດ ຈະບອບບາງທີ່ສຸດ. ສາຍເຫດຕົ້ນຕໍແມ່ນ ຍ້ອນໂລກລະບາດໂຄວິດ -19 ອາດຈະມີການຜັນແປສັບສົນ ແລະ ສືບຕໍ່ແກ່ຍາວຢູ່ພາກພື້ນນີ້, ໃນຂະນະນັ້ນ ການສຳຜັດ ແລະ ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ຍັງດຳເນີນຢ່າງຊັກຊ້າ… ນອກຈາກນັ້ນ ຍັງໄດ້ຮັບຜົນສະທ້ອນຈາກສະພາບການຄ້າໂລກອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ....

Top