• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VOV ປຶກສາຫາລືມາດຕະການຊຸກຍູ້ການຮ່ວມມືກັບກະຊວງຖະແຫຼງຂ່າວ ກຳປູເຈຍ

      ຝ່າຍ ກຳປູເຈຍ ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ຫວຽດນາມ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ໜູນຊ່ວຍ, ມອບສົ່ງພາຫະນະອຸປະກອນເຕັກນິກທັນສະໄໝ, ບຳລຸງສ້າງພະນັກງານ

ພິທີມອບພາຫະນະອຸປະກອນເຄື່ອງສຳຮອງຮັບໃຊ້ໃຫ້ແກ່ການເຄື່ອນໄຫວ
      ຕອນບ່າຍວັນທີ 06 ມີນາ, ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນການນຳວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກະຊວງຖະແຫຼງຂ່າວ ກຳປູເຈຍ ໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith ຫົວໜ້າຄະນະ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການເຄື່ອນໄຫວ ແລະ ໝາກຜົນແຫ່ງການຮ່ວມມືລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ກັບກະຊວງຖະແຫຼງຂ່າວ ກຳປູເຈຍ ໃນໄລຍະຜ່ານມາ. ຝ່າຍ ກຳປູເຈຍ ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ຫວຽດນາມ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ໜູນຊ່ວຍ, ມອບສົ່ງພາຫະນະອຸປະກອນເຕັກນິກທັນສະໄໝ, ບຳລຸງສ້າງພະນັກງານ, ແລກປ່ຽນບົດຮຽນ ຊ່ວຍຍົກສູງກຳລັງຄວາສາມາດສ້າງລາຍການ, ເປີດກ້ວາງເຂດປົກຄຸມຂອງຄື້ນກະຈາຍສຽງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິທະຍຸ, ໂທລະພາບ ກຳປູເຈຍ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith ແບ່ງປັນວ່າ:
        ວິທະຍຸກະຈາຍສຽງ ຫວຽດນາມ ບໍ່ພຽງແຕ່ໜູນຊ່ວຍພວກຂ້າພະເຈົ້າພາຫະນະເຄື່ອງຈັກເທົ່ານັ້ນ ຫາກຍັງຊ່ວຍພວກຂ້າພະເຈົ້າບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ພະນັກງານຫລາຍຄົນຂອງກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ ຮັບການບຳລຸງສ້າງຈາກ ຫວຽດນາມ ນັບແຕ່ຊຸມວັນຫາກໍ່ປົດປ່ອຍປະເທດຊາດ ປັດຈຸບັນພັດກາຍເປັນຜູ້ທີ່ບຳລຸງສ້າງໃຫ້ລຸ້ນພະນັກງານຕໍ່ໄປ.
ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫວູຫາຍ ໃຫ້ຮູ້ວ່າ:
            ພວກຂ້າພະເຈົ້າອາດຈະແບ່ງປັນບັນດາບົດຮຽນທີ່ກ່ຽວຂ້ອງເຖິງເລື່ອງບຳລຸງສ້າງພະນັກງານກໍ່ຄືເຕັກນິກໃຫ້ຝ່າຍ ກຳປູເຈຍ. ປາດຖະໜາວ່າ ທ່ານລັດຖະມົນຕີຈະສະໜັບສະໜູນວິທະຍຸກະຈາຍສຽງ ຫວຽດນາມ ທີ່ສຸດ ເພື່ອອອກອາກາດບັນດາລາຍການດ້ວຍພາສາ ອັງກິດ, ພາສາ ຝຣັ່ງ, ພາສາຂະແມ, ພາສາ ຫວຽດ ຢູ່ ພະນົມເປັນ ແລະ ຊຽມຣຽບ.
            ເນື່ອງໃນໂອກາດນີ້, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫວູຫາຍ ໄດ້ມອບໃຫ້ກະຊວງຖະແຫຼງຂ່າວ ກຳປູເຈຍ ພາຫະນະອຸປະກອນເຄື່ອງສຳຮອງຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງບັນດາສະຖານີກະຈາຍສຽງ, ໂທລະພາບ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຊ່ວຍເຫຼືອກໍ່ສ້າງຢູ່ບັນດາແຂວງ, ນະຄອນຂອງ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top