• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Airlines ດຶງດູດແຂກທ່ອງທ່ຽວ ແບນຊິກ ມາຍັງ ຫວຽດນາມ

ວັນທີ 04 ກໍລະກົດ, ທີ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ຈັດຕັ້ງກອງປະຊຸມສຳມະນາເພື່ອແນະນຳບັນດາສາຍການບິນຂອງບໍລິສັດກັບບັນດາຜູ້ຕາງໜ້າທີ່ມາຈາກບໍລິສັດທ່ອງທ່ຽວ ແບນຊິກ ກ່ວາ 30 ແຫ່ງ. 

ພາບປະກອບ/TTXVN 
ກອງປະຊຸມສຳມະນາແມ່ນເພື່ອແນໃສ່ແນະນຳ ແລະ ໂຄສະນາຂໍ້ມູນຂ່າວສານກ່ຽວກັບ Vietnam Airlines, ບັນດາສາຍການບິນ ແລະ ການບໍລິການເຊິ່ງບໍລິສັດໄດ້ສະໜອງ, ພ້ອມກັນນັ້ນ ກໍ່ແນະນຳກ່ຽວກັບບັນດາບຸລິມະສິດທີ່ສະຫງວນໃຫ້ແຂກທ່ອງທ່ຽວຈາກ ບຣຸກແຊນ ມາທ່ອງທ່ຽວ ຫວຽດນາມ ຜ່ານບັນດາຈຸດສົ່ງຕໍ່ໃຫຍ່ຂອງ ເອີຣົບ ຄື: Paris, Frankfurt, London…
(ແຫຼ່ງຄັດຈາກ VOV)

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ມີ​ຜູ້​ຫາຍ​ສາບ​ສູນກວ່າ 80 ຄົນ ໃນ​ເຂດ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ

ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

Top