• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF ແລະ WHO ສືບ​ຕໍ່​ກຽມ​ພ້ອມ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວຽກ​ງານ​ສັກ​ຢາ​ກັນ​ພະ​ຍາດ​ໃຫ້​ເດັກ​ນ້ອຍ

ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF)  ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.

(ພາບ:TTXVN)

ຕາມຖະແຫຼງການ, WHO ແລະ UNICEF ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ການແພດນັບແຕ່ຂັ້ນສູນກາງ ຕະຫຼອດຮອດທ້ອງຖິ່ນ, ຄອບຄົວ ແລະ ວົງຄະນະຍາດ ຕ້ອງຍູ້ແຮງຄວາມມານະພະຍາຍາມຮັບປະກັນການສັກຢາກັນພະຍາດທີ່ຈຳເປັນໃຫ້ແກ່ເດັກນ້ອຍ ໃນໄລຍະເກີດໂລກລະບາດ. ບໍ່ຖໍ້ຖອຍໃນການຕ້ານບັນດາພະຍາດທີ່ສາມາດສະກັດກັ້ນໄດ້ດ້ວຍວັກຊິນ.

   ໃນສະພາບການທີ່ຫວຽດນາມ ມານະພະຍາຍາມປົວແປງການບໍລິການສັກຢາກັນພະຍາດໃນທົ່ວປະເທດນັ້ນ, ກະຊວງສາທາລະນະສຸກຫວຽດນາມ ໄດ້ ແລະ ພວມສ້າງພື້ນຖານດ້ວຍພະຍານຫຼັກຖານດ້ານວິທະຍາສາດ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ກະຕຸກຊຸກຍູ້ຄວາມຕ້ອງການສັກຢາກັນພະຍາດໃນວົງຄະນະຍາດ. WHO ແລະ UNICEF ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສະໜອງຂໍ້ມູນຂ່າວສານທີ່ແທ້ຈິງກ່ຽວກັບວັກຊິນໃຫ້ແກ່ບັນດາເຈົ້າໜ້າທີ່ການແພດ, ປະຊາຊົນເວົ້າລວມ ແລະ ພໍ່ແມ່ເດັກ ເວົ້າສະເພາະ ເພື່ອຊ່ວຍໃຫ້ທຸກຄົນສາມາດຍົກອອກຄຳຕັດສິນໃຈທີ່ດີ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top