• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNDP ກ່າວເຕືອນວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ບັນດາປະເທດພວມພັດທະນາ

ວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ຫຼາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງຮ້າຍແຮງກວ່າອີກ
  (ພາບປະກອບ: AFP/TTXVN)  

ວັນທີ 11 ຕຸລາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່າວເຕືອນວ່າ ວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ຫຼາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງຮ້າຍແຮງກວ່າອີກ, ນາບຂູ່ເຖິງເລື່ອງເຮັດໃຫ້ການຟື້ນຟູເສດຖະກິດທົ່ວໂລກອ້ອນແອລົງ. UNDP ຄາດວ່າ 54 ປະເທດ, ກວມກວ່າ ½ ຈຳນວນປະຊາກອນທຸກຍາກທີ່ສຸດໃນໂລກ, ຕ້ອງການໄດ້ລົບລ້າງໜີ້ໂດຍທັນທີ ເພື່ອຫຼີກລ້ຽງການຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກວ່າອີກ ແລະ ສ້າງກາລະໂອກາດເພື່ອໃຫ້ເຂົາເຈົ້າຮັບມືກັບບັນຫາດິນຟ້າອາກາດ.

ຄຳກ່າວເຕືອນເຊິ່ງ UNDP ຍົກອອກມາໃນສະພາບທີ່ ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະຈັດກອງປະຊຸມຢູ່ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ ໃນອາທິດນີ້. ກອງປະຊຸມດຳເນີນໄປໃນຈຸດເວລາມີຄວາມວິຕົກກັງວົນອາດຈະເກີດການຊຸດໂຊມທາງດ້ານເສດຖະກິດທົ່ວໂລກນັບມື້ນັບເພີ່ມຂຶ້ນສູງ ແລະ ຫຼາຍປະເທດພວມປະເຊີນໜ້າກັບວິກິດການໜີ້ສິນ, ຈາກ ສີລັງກາ ແລະ ປາກິດສະຖານ ຕະຫຼອດຮອດ ຊາດ, ເອທີໂອປີ ແລະ ຊຳບີ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top