• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UAE ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຮອບ​ດ້ານ​ກັບ ຫວຽດ​ນາມ

ທ່ານລັດຖະມົນຕີ ນາງ Amna bint Abdullah Al Dahak ຊີ້ແຈ້ງວ່າ UAE ມີຄວາມສົນໃຈ ແລະ ສະຫງວນບຸລິມະສິດຫຼາຍກ່ວາອີກໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີກະຊວງປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ສະຫະລັດ ອາຣັບເອມີເລດ (UAE) ນາງ Amna bint Abdullah Al Dahak (ພາບ: TTXVN)

ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ສະຫະລັດ ອາຣັບເອມີເລດ (UAE) ນາງ Amna bint Abdullah Al Dahak ເນື່ອງໃນໂອກາດເຂົ້ານຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G)  ຄັ້ງທີ 4.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນເປົ້າໝາຍ ແລະ ພາລະກຳຂອງປະຊາຊົນທົ່ວໂລກ, ຕ້ອງມີການຮ່ວມແຮງຮ່ວມໃຈຂອງທຸກປະເທດ, ໃນນັ້ນມີ ຫວຽດນາມ ແລະ UAE. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມໄດ້ເປັນເຈົ້າພາບຈັດຕັ້ງ P4G ດ້ວຍເປົ້າໝາຍຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງຂອງທົ່ວໂລກ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມປາດຖະໜາຢາກຮ່ຳຮຽນບົດຮຽນປະສົບການຂອງ UAE ກ່ຽວກັບການຫັນເປັນເສດຖະກິດ, ພັດທະນາປະເທດຢ່າງແຮງ ແລະ ໄວ.

ສ່ວນທ່ານລັດຖະມົນຕີ ນາງ Amna bint Abdullah Al Dahak ຊີ້ແຈ້ງວ່າ UAE ມີຄວາມສົນໃຈ ແລະ ສະຫງວນບຸລິມະສິດຫຼາຍກ່ວາອີກໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມໃນຂົງເຂດນີ້ໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top