• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

U22 ຫວຽດນາມ ຄ້ວາໄດ້ຫຼຽນຄຳຄັ້ງປະຫວັດສາດ ຢູ່ SEA Games ຄັ້ງ 30

      U22 ຫວຽດນາມ ຄ້ວາໄດ້ຫຼຽນຄຳຄັ້ງປະຫວັດສາດ ເມື່ອ ເອົາຊະນະ ຕໍ່ ທິມຊາດ ອິນໂດເນເຊຍ 3 - 0 ຢູ່ ນັດແຂ່ງຂັນຊິງຊະນະເລີດ ກິລາ ບານເຕະຊາຍ SEA Games 30, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 10 ທັນວາ, ຢູ່ສະໜາມກິລາ Rizal Memorial (ປະເທດ ຟີລິບປິນ). ນີ້ແມ່ນຫຼຽນຄຳບານເຕະຊາຍ ທີ່ໄດ້ຮັບການຄວາມລໍຄອຍຈາກ ຫວຽດນາມມາເປັນເວລາ 60 ປີ.

ທິມບານເຕະ U22 ຫວຽດນາມ
      ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງ ນັດແຂ່ງຂັນ, ທ່ານ Indra Sjafri ຄູຝຶກ ຂອງ U22 ອີນໂດເນເຊຍ ຢັ້ງຢືນວ່າ ຫວຽດນາມສົມກັບການໄດ້ຮັບໄຊຊະນະ. ໃນຂະນະນັ້ນ, ທ່ານ Lee Young Jin, ຜູ້ຊ່ວຍວຽກຂອງ ຄູຝຶກ Park Hang-seo, ເນັ້ນໜັກວ່າ ຄະນະຄູຝຶກທຸກຄົນພ້ອມກັບບັນດານັກເຕະບານຈະສືບຕໍ່ມານະພະຍາຍາດ ເພື່ອ ບັນລຸເປົ້າໝາຍສູງກ່ວາ, ນຳບານເຕະ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top