ຂ່າວສານ
SIAL Canada 2024 ເປີດໂອກາດການສົ່ງອອກສະບຽງອາຫານປຸງແຕ່ງ ໃຫ້ແກ່ວິສາຫະກິດ ຫວຽດນາມ
ງານຕະຫຼາດນັດວາງສະແດງຜະລິດຕະພັນກະເສດ ແລະ ສະບຽງອາຫານປຸງແຕ່ງໃຫຍ່ທີ່ສຸດຢູ່ພາກພື້ນ ອາເມລິກາເໜືອ (SIAL) ຖືກດຳເນີນຢູ່ນະຄອນ Montreal, ການາດາ ໃນທ້າຍອາທິດຜ່ານມາ ໄດ້ດຶງດູດນັກວາງສະແດງນັບພັນຄົນ ທີ່ມາຈາກກວ່າ 40 ປະເທດ ແລະ ຜູ້ເຂົ້າຊົມກວ່າ 20.000 ເທື່ອຄົນ ມາຈາກທົ່ວທຸກສາທາທິດໃນໂລກ. ເຂົ້າຮ່ວມ SIAL Canada ປີນີ້, ຫວຽດນາມ ມີວິສາຫະກິດ 2 ແຫ່ງ ນັ້ນແມ່ນ ທ້ວນຟອງ (Tufoco) ແລະ Sapo DAKLAK ເຊິ່ງລ້ວນແຕ່ດຶງດູດຄວາມສົນໃຈຂອງຜູ້ເຂົ້າຢ້ຽມຊົມ, ເປີດແງ່ຫວັງການສົ່ງອອກສະບຽບອາຫານປຸງແຕ່ງໃນອະນາຄົດ.
ທ່ານນາງ ເຈິ່ນທູກວິ່ງ ທູດການຄ້າ ສະຖານທູດ ຫວຽດນາມ ປະຈຳ ການາດາ ໃຫ້ຮູ້ວ່າ ສະຖານທູດ ຍາມໃດກໍໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເພື່ອເຂົ້າຮ່ວມງານຕະຫຼາດນັດນີ້.






