• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

SEA Games 32: ວັນທີ 08 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 15 ຫຼຽນຄຳຕື່ມອີກ

ດ້ວຍເລື່ອງຄວ້າໄດ້ຫຼຽນຄຳ 30 ຫຼຽນ, ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ກຳປູເຈຍ.
  (ຄະນະນັກກິລາ ຫວຽດນາມ)  

ວັນທີ 08 ພຶດສະພາ, ແມ່ນວັນແຂ່ງຂັນທີ 3, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32), ຈັດຂຶ້ນຢູ່ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳ 15 ຫຼຽນຕື່ມອີກ.

ໃນນັ້ນ, ປະເພດຕີມວຍ bokator ຄວ້າໄດ້ຫຼຽນຄຳ 6 ຫຼຽນ, ປະເພດກິລາແລ່ນ ແລະ ລານ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາລອຍນ້ຳ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາຢິມນາດສະຕິກຄວ້າໄດ້ຫຼຽນຄຳ 1 ຫຼຽນ. ສ່ວນຫຼຽນຄຳ 4 ຫຼຽນແມ່ນຂອງປະເພດກິລາຕີມວຍ vovinam ແລະ karate.

ດ້ວຍເລື່ອງຄວ້າໄດ້ຫຼຽນຄຳ 30 ຫຼຽນ, ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ກຳປູເຈຍ.

ໃນຂະນະນັ້ນ, ໃນສາຍ B ປະເພດກິລາບານເຕະຊາຍ, ຕອນຄ່ຳວັນທີ 08 ພຶດສະພາ, ທິມບານເຕະ U22 ຫວຽດນາມ ຍາດໄດ້ຊະນະ 2-1 ຕໍ່ທິມບານເຕະ U22 ມາເລເຊຍ. ໃນການແຂ່ງຂັນນັດທ້າຍສາຍ B ຈະດຳເນີນໃນວັນທີ 11 ພຶດສະພາ, ໝາກຜົນການແຂ່ງຂັນລະຫວ່າງທິມບານເຕະຊາຍ U22 ຫວຽດນາມ ແລະ U22 ໄທ ພຽງແຕ່ແຂ່ງຂັນເພື່ອຈັດແບ່ງທິມບານເຕະທີ່ຢືນທີ 1, ທີ 2 ຂອງສາຍເທົ່ານັ້ນ.

(ແຫຼ່ງຄັດຈາກ VOV)

ພື້ນຖານດີຈີຕອນ ນຳເອົາຜະລິດຕະພັນພິເສດ ຂອງ ຮ່າຕິ໋ງ ເຂົ້າເຖິງຕະຫຼາດທີ່ກວ້າງຂວາງກວ່າ

ພື້ນຖານດີຈີຕອນ ນຳເອົາຜະລິດຕະພັນພິເສດ ຂອງ ຮ່າຕິ໋ງ ເຂົ້າເຖິງຕະຫຼາດທີ່ກວ້າງຂວາງກວ່າ

ຫຼາຍກວ່າ 200 ຜະລິດຕະພັນ OCOP ກຳລັງໄດ້ຮັບການໂຄສະນາ ຜ່ານບັນດາພື້ນຖານດີຈີຕອນ ໃນຂະນະທີ່ ແຂວງ ຮ່າຕິ໋ງ ຢູ່ພາກກາງ ໄດ້ຍູ້ແຮງຄວາມພະຍາຍາມ ເປີດກວ້າງຕະຫຼາດ ສຳລັບບັນດາຜະລິດຕະພັນກະສິກຳ ແລະ ຜະລິດຕະພັນພິເສດ ຂອງທ້ອງຖິ່ນ. ໂດຍຜ່ານການເຊື່ອມຕໍ່ ບັນດາຜູ້ຜະລິດ ກັບ ບັນດາເວທີການຄ້າເອເລັກໂຕຣນິກ ແລະ ຈັດບັນດາ ການຂາຍສິນຄ້າດ້ວຍການຖ່າຍທອດສົດ (Mega Live) ຢູ່ທີ່ເຂດຜະລິດ, ແຂວງ ກຳລັງນຳເອົາບັນດາຜະລິດຕະພັນທ້ອງຖິ່ນ ເຂົ້າໃກ້ກັບຜູ້ບໍລິໂພກໃນທົ່ວປະເທດ, ພ້ອມທັງເປີດບັນດາໂອກາດການຂາຍໃໝ່.

Top