• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​​ປະ​ເທດ​ທີ່​ມີຈຳ​ນວນ​ນັກ​ທ່ອງ​ທ​່ຽວ ໄປ​ທ່ຽວ​ລາວຫຼາຍ​ທີ່​ສຸດ

ກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ ພວມເພີ່ມຂຶ້ນຄືນໃໝ່ ພາຍຫຼັງທີ່ ລາວ ເປີດປະຕູໃນຂອບເຂດທົ່ວປະເທດໃນຕົ້ນເດືອນ ພຶດສະພາ ຜ່ານມາ.

ກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ໃຫ້ຮູ້ວ່າ ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ ພວມເພີ່ມຂຶ້ນຄືນໃໝ່ ພາຍຫຼັງທີ່ ລາວ ເປີດປະຕູໃນຂອບເຂດທົ່ວປະເທດໃນຕົ້ນເດືອນ ພຶດສະພາ ຜ່ານມາ.

    

ປະຕູໄຊ - ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງລາວ

ຕາມກົມພັດທະນາການທ່ອງທ່ຽວ ລາວ ແລ້ວ, 6 ເດືອນຕົ້ນປີ 2022, ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ດ້ວຍວິຊາທ່ອງທ່ຽວ ບັນລຸກວ່າ 42.000 ເທື່ອຄົນ, ໃນນັ້ນ ສ່ວນຫຼາຍແມ່ນ ໃນເດືອນ ພຶດສະພາ ແລະ ເດືອນ ມິຖຸນາ, ເມື່ອລັດຖະບານ ລາວ ຍົກເລີກທຸກລະບຽບການຈຳກັດການເຂົ້າເມືອງ ເຊິ່ງໄດ້ວາງອອກເພື່ອສະກັດກັ້ນການແຜ່ລະບາດຂອງ ໂຄວິດ - 19. ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ໃຫ້ຮູ້ວ່າ ນັກທ່ອງທ່ຽວຈາກບັນດາປະເທດ ອາຊຽນ ມາຢ້ຽມຢາມ ລາວ ນັບມື້ນັບຫຼາຍຂຶ້ນ, ໃນນັ້ນ ສະເພາະເດືອນ ພຶດສະພາ ຫາເດືອນ ມິຖຸນາ 2022 ມີນັກທ່ອງທ່ຽວມາລາວກວ່າ 33.000 ເທື່ອຄົນ, ໃນນັ້ນ ມີກວ່າ 14.000 ເທື່ອຄົນແມ່ນມາຈາກ ຫວຽດນາມ.

        “ກ່ອນທີ່ພະຍາດໂຄວິດ - 19 ແຜ່ລະບາດ, ການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ລາວ ແລະ ຫວຽດນາມ ພັດທະນາເປັນຢ່າງດີທີ່ສຸດ. ປີ 2019, ລາວ ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ກວ່າ 1 ລ້ານເທື່ອຄົນ, ເຊິ່ງຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ມີແຂກທ່ອງທ່ຽວມາທ່ຽວປະເທດລາວຫຼາຍທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ຂະແໜງການສື່ມວນຊົນ ສືບຕໍ່ຮັບໃຊ້ຊາດ ແລະ ປະຊາຊົນ

ປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ຂະແໜງການສື່ມວນຊົນ ສືບຕໍ່ຮັບໃຊ້ຊາດ ແລະ ປະຊາຊົນ

ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ຮຽກຮ້ອງໃຫ້ຂະແໜງການສື່ມວນຊົນ ຫວຽດນາມ ສືບຕໍ່ຂະຫຍາຍຕົວຕາມທິດທາງ ທີ່ເປັນມືອາຊີບ, ມີມະນຸດສະທຳ ແລະ ທັນສະໄໝ, ພ້ອມທັງຮັບໃຊ້ປະເທດຊາດ ແລະ ປະຊາຊົນ ໃຫ້ດີຍິ່ງໆຂຶ້ນ. ທ່ານໄດ້ກ່າວຄຳເຫັນດັ່ງກ່າວ ໃນພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 20 ທີ່ໄດ້ຈັດຂຶ້ນຢູ່ ນະຄອນ ຫາຍຟ່ອງ ໃນວັນທີ 21 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 101 ປີ.

Top