• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ຢຶດໝັ້ນບົດບາດໃຈກາງ, ສາມັກຄີກັນຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງແນ່ນອນ

ຫວຽດນາມ ແລະ ລາວ ມີຫຼາຍການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນວິວັດການສ້າງສາປະຊາຄົມ ອາຊຽນ, ປະກອບສ່ວນສຳຄັນເຂົ້າໃນການວາງແຜນນະໂຍບາຍ, ວິໄສທັດລວມຂອງພາກພື້ນ.

ຫວຽດນາມ ແລະ ລາວ ມີຫຼາຍການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນວິວັດການສ້າງສາປະຊາຄົມ ອາຊຽນ, ປະກອບສ່ວນສຳຄັນເຂົ້າໃນການວາງແຜນນະໂຍບາຍ, ວິໄສທັດລວມຂອງພາກພື້ນ.

 
   

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ (8/8/1967 – 8/8/2022), ເມື່ອຕອບສຳພາດນັກຂ່າວ VOV ປະຈຳ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ຢັ້ງຢືນວ່າ: ຫວຽດນາມ ແລະ ລາວ ມີຫຼາຍການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນວິວັດການສ້າງສາປະຊາຄົມ ອາຊຽນ, ປະກອບສ່ວນສຳຄັນເຂົ້າໃນການວາງແຜນນະໂຍບາຍ, ວິໄສທັດລວມຂອງພາກພື້ນ:

        “ຫວຽດນາມ ໄດ້ຮັບບົດບາດເປັນປະທານ ອາຊຽນ 3 ຄັ້ງແລ້ວນັບຕັ້ງແຕ່ເຂົ້າເປັນສະມາຊິກ ອາຊຽນ, ລາວກໍ່ 2 ຄັ້ງແລ້ວ, ຮອດປີ 2024 ນີ້ຈະເປັນຄັ້ງທີ 3. ການເປັນປະທານ ອາຊຽນຂອງ ລາວ ແລະ ຫວຽດນາມ ໃນແຕ່ລະຄັ້ງເປັນການເນັ້ນບົດບາດເປັນຜູ້ນຳຂອງ ອາຊຽນ, ພວກເຮົາມີການປະກອບສ່ວນຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດຂອງ ຫວຽດນາມ ແລະ ບົດບາດຂອງລາວໃນອາຊຽນ, ເປັນການປະກອບສ່ວນຍົກບົດບາດຂອງອາຊຽນພົ້ນເດັ່ນຂຶ້ນ.”

        ເພື່ອປັບຕົວເຂົ້າກັບບັນດາສິ່ງທ້າທາຍໃໝ່ທີ່ເກີດຂຶ້ນກໍ່ຄືຮັບມືກັບບັນດາບັນຫາເຄັ່ງຮ້ອນເພື່ອແນໃສ່ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກວ່າ: ອາຊຽນ ຍາມໃດກໍ່ຕ້ອງຮັກສາບົດບາດໃຈກາງດ້ວຍຫຼັກໝັ້ນເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາ.

“ໃນສະພາບຂອງພາກພື້ນ ແລະ ສາກົນທີ່ມີການປ່ຽນແປງສະຫຼັບຊັບຊ້ອນຄືປະຈຸບັນນີ້, ສ້າງສິ່ງທ້າທາຍເຮັດໃຫ້ ອາຊຽນ ຕ້ອງປະເຊີນໜ້າ, ຕ້ອງຊອກຮູ້ວິທີການເພື່ອຜ່ານຜ່າ. ຂ້າພະເຈົ້າເຫັນວ່າ, ຄວາມຂັດແຍ້ງລະຫວ່າງປະເທດມະຫາອຳນາດ, ມັນມີຜົນກະທົບໂດຍກົງຕໍ່ອາຊຽນ, ເຮັດໃຫ້ ອາຊຽນ ຕ້ອງປຶກສາຫາລືກັນວ່າ ເຮັດແນວໃດເພື່ອຜ່ານຜ່າໄດ້. ເພາະວ່າທຸກປະເທດ ອາຊຽນ ມີລະບົບການເມືອງທີ່ແຕກຕ່າງກັນ, ມີປະເທດມະຫາອຳນາດເປັນເພື່ອນມິດ, ບົນພື້ນຖານຜົນປະໂຫຍດແຫ່ງຊາດຂອງແຕ່ລະປະເທດ, ເຮັດແນວໃດໃຫ້ໄລຍະຕໍ່ໄປ ອາຊຽນ ຕ້ອງດຸ່ນດ່ຽງເພື່ອຮັບປະກັນໃຫ້ ອາຊຽນ ຍັງຮັກສາໄດ້ການພົວພັນຮ່ວມມືທີ່ດີກັບທຸກໆປະເທດມະຫາອຳນາດໃນໂລກ.”

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ອາເມລິກາ ກໍ່ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 6 ສິງຫາ.

(ແຫຼ່ງຄັດຈາກ VOV)


Top