ພື້ນຖານໂຄງລ່າງຄົມມະນາຄົມ - “ຖານສົ່ງ” ເພື່ອໃຫ້ ນະຄອນ ໂຮ່ຈີມິນ ເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ ຂອງຊາດ

ສາລະຄະດີ

ພື້ນຖານໂຄງລ່າງຄົມມະນາຄົມ - “ຖານສົ່ງ” ເພື່ອໃຫ້ ນະຄອນ ໂຮ່ຈີມິນ ເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ ຂອງຊາດ

ບັນດາໂຄງການ ພື້ນຖານໂຄງລ່າງຂະໜາດໃຫຍ່ ຫຼາຍໂຄງການ ໄດ້  ແລະ ກຳລັງກະກຽມການກໍ່ສ້າງ ເຊັ່ນ: ເສັ້ນທາງລົດໄຟ ຄວາມໄວສູງ, ຂົວທັນສະໄໝ, ເສັ້ນທາງວົງແຫວນ ໃນການແກ້ໄຂ ບັນຫາການອຸດຕັນ ຂອງ ພື້ນຖານໂຄງລ່າງ... ຄາດວ່າ ຈະເປັນ “ຖານສົ່ງ” ເພື່ອໃຫ້ ນະຄອນ ໂຮ່ຈີມິນ ເວົ້າສະເພາະ, ພາກຕາເວັນອອກສ່ຽງໃຕ້ ແລະ ທົ່ວປະເທດເວົ້າລວມ ເຂົ້າສູ່ຍຸກ ແຫ່ງການພັດທະນາ ຂອງຊາດ.

 


 ພື້ນຖານໂຄງລ່າງ ການຄົມມະນາຄົມ ຂອງ ນະຄອນ ໂຮ່ຈີມິນ ຫຼັງປີ 1975 ໄດ້ມີການປ່ຽນແປງຄັ້ງໃຫຍ່, ຕອບສະໜອງຄວາມຕ້ອງການ ດ້ານການຄົມມະນາຄົມ ບໍ່ພຽງແຕ່ ຂອງ ນະຄອນ ເທົ່ານັ້ນ, ແຕ່ຍັງ ລວມເຖິງເຂດເສດຖະກິດຫຼັກ ທາງພາກໃຕ້ ໃນຂະບວນການພັດທະນາ ແລະ ການເຊື່ອມໂຍງອີກດ້ວຍ. ໃນນັ້ນ, ສາມາດກ່າວເຖິງ ບັນດາໂຄງການ ທີ່ໂດດເດັ່ນເຊັ່ນ: ອຸໂມງ ຖູທຽມ, ຖະໜົນໃຫຍ່່ມາຍຈີ໋ເຖາະ, ຖະໜົນ ຟ້າມວັນດົ່ງ, ຖະໜົນ ຫວໍວັນກຽດ, ທາງດ່ວນ ໄຊງ່ອນ-ຈຸງເລືອງ, ທາງດ່ວນ ລອງແທ່ງ-ເຢົ່າໄຢ... 

ສະຫາຍເລຂາທິການໃຫຍ່ ໂຕເລີມ ຂີ່ລົດໄຟຟ້າ Metro ເລກ 1 ເບັ໋ນແທ່ງ-ຊ໋ວຍຕຽນ ແລະ ສົນທະນາກັບປະຊາຊົນ. ພາບ: ຖົ໋ງເຍິດ/VNA

ເສັ້ນທາງ Metro ເລກ 1 ສ້າງທາງເລືອກ ໃນການເດີນທາງ ໃຫ້ແກ່ປະຊາຊົນ ນະຄອນ. ພາບ: ທົງຫາຍ/VNP

ໂດຍສະເພາະ, ເສັ້ນທາງ Metro ເລກ 1 (ເບ໋ັນແທ່ງ-ຊ໋ວຍຕຽນ) ທີ່ຫາກໍ່ເປີດນຳໃຊ້ ໃນຕົ້ນເດືອນ ມີນາ 2025 ຖືວ່າ ເປັນບາດກ້າວ ອັນໃຫຍ່ຫຼວງ ດ້ານການຄົມມະນາຄົມ ໃນຕົວເມືອງທີ່ທັນສະໄໝ ຂອງນະຄອນ.

ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ ນີ້ແມ່ນກິດຈະການ ການຄົມມະນາຄົມ ທີ່ທັນສະໄໝ, ມີຄວາມໝາຍສຳຄັນ ຕໍ່ການ ພັດທະນາ ເສດຖະ ກິດ-ສັງຄົມ ຂອງທ້ອງຖິ່ນ, ເປີດໂອກາດໃໝ່ ໃຫ້ແກ່ການພັດທະນາ ແບບຍືນຍົງຂອງນະຄອນ.

ການນຳນະຄອນ ໄດ້ເນັ້ນໜັກວ່າ: “ການເປີດນຳໃຊ້ ເສັ້ນທາງ Metro ເລກ 1 ເປັນຈຸດເລີ່ມຕົ້ນ ຂອງ ຂະບວນວິວັດ ແຫ່ງການ ພັດທະນາ ດ້ານການຄົມມະນາຄົມ ໃນຕົວເມືອງທີ່ທັນສະໄໝ ຂອງ ນະຄອນ ໂຮ່ຈີມິນ”.

ເສັ້ນທາງ Metro ເລກ 1 ສາຍທຳອິດ ຂອງ ນະຄອນ ໂຮ່ຈີມິນ ຄາດວ່າ ຈະໃຫ້ບໍລິການ ຜູ້ໂດຍສານເກືອບ 40.000 ເທື່ອຄົນຕໍ່ມື້. ພາບ: ຫງວຽນລວນ/VNP
ນັກທ່ອງທ່ຽວ ຕໍ່ແຖວເພື່ອທົດລອງໃຊ້ເສັ້ນທາງ Metro ເລກ 1. ພາບ: ຫງວຽນລວນ/VNP

ບໍ່ພຽງແຕ່ເປັນໂຄງການ ທີ່ເປັນສັນຍາລັກ ຂອງ ພື້ນຖານໂຄງລ່າງ ທີ່ທັນສະໄໝ, ເສັ້ນທາງ Metro ເລກ 1 ຍັງຖືວ່າ ເປັນພື້ນຖານ ທີ່ສຳຄັນ ເພື່ອໃຫ້ນະຄອນໂຮ່ຈີມິນ ສົ່ງເສີມການທ່ອງທ່ຽວສີຂຽວ ແບບຍືນຍົງ, ເຊື່ອມຕໍ່ຈຸດໝາຍປາຍທາງ ປະຫວັດສາດ, ວັດທະນະທຳ ແລະ ການບັນເທີງ ທີ່ໂດດເດັ່ນ ຂອງ ນະຄອນ.

ທ່ານນາງ ຫງວຽນທິແອ໋ງຮວາ, ຜູ້ອຳນວຍການ ພະແນກ ການທ່ອງ ທ່ຽວ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ເສັ້ນທາງ Metro ເລກ 1 ຄາດວ່າ ຈະເປັນແຮງຜັກດັນ ການພັດທະນາ ຂະແໜງການ ທ່ອງທ່ຽວຂອງນະ ຄອນ. ໂດຍຜ່ານການເຊື່ອມຕໍ່ ທີ່ສະດວກສະບາຍ, ນັກທ່ອງທ່ຽວ ສາ ມາດເຂົ້າເຖິງ ສະຖານທີ່ປະຫວັດສາດ, ວັດທະນະທຳ ແລະ ການບັນ ເທີງໄດ້ງ່າຍ, ນຳມາເຊິ່ງ ການເດີນທາງ ທີ່ສົມບູນແບບ ໃຫ້ແກ່ທັງປະຊາຊົນ ທ້ອງຖິ່ນ, ນັກທ່ອງທ່ຽວ ທັງພາຍໃນປະເທດ ແລະ ຕ່າງ ປະເທດ.

ອີງຕາມພະແນກການທ່ອງທ່ຽວ ນະຄອນໂຮ່ຈີມິນ, ເສັ້ນທາງ Metro ນີ້ ເຊື່ອມຕໍ່ເຂດໃຈກາງ ແລະ ພາກຕາເວັນອອກ ຂອງນະຄອນ, ຜ່ານນັ້ນ ຈະນຳນັກທ່ອງທ່ຽວ ມາໃກ້ຊິດກັບ ສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນຫຼາຍແຫ່ງ ດ້ວຍເວລາເດີນທາງທີ່ໄວ ແລະ ຄ່າໃຊ້ຈ່າຍປະຢັດ, ພ້ອມທັງປະສົບການ ທີ່ເປັນເອກະລັກ ຫຼາກຫຼາຍ.

 ຕົວຢ່າງ: ຈາກ ສະຖານີ ເບັ໋ນແທ່ງ (ເມືອງ 1) ຕັ້ງຢູ່ໃຈກາງນະຄອນ ກໍເປັນປະຕູທີ່ເໝາະສົມ ສຳລັບນັກທ່ອງທ່ຽວ ໃນການສຳຫຼວດ ບັນດາກິດຈະການ, ສັນຍາລັກ ຂອງ ນະຄອນເຊັ່ນ: ຕະຫຼາດເບັ໋ນແທ່ງ, ໂຮງນະຄອນ, ສຳນັກງານສະພາປະຊາຊົນ- ຄະນະກຳມະການ ປະຊາຊົນ ນະຄອນ, ຖະໜົນຄົນຍ່າງ ຫງວຽນເຫວ້, ຫໍພິພິທະພັນ ສິລະປະ...

ເສັ້ນທາງ ຫວໍວັນກຽດ ຖືເປັນເສັ້ນທາງສາຍສໍາຄັນ ເຊື່ອມຕໍ່ລົງສູ່ພາກຕາເວັນຕົກ. ພາບ: ທົງຫາຍ/VNP

ເສັ້ນທາງ Metro ເບັ໋ງແທ່ງ-ຊ໋ວຍຕຽນ ຍັງເຊື່ອມຕໍ່ຈຸດໝາຍປາຍທາງ ການທ່ອງທ່ຽວ ຫຼາຍແຫ່ງ ໃນພື້ີືນທີ່ ຊຶ່ງລວມມີ ເຂດທ່ອງທ່ຽວ ວັດທະ ນະທຳ ຊ໋ວຍຕຽນ; ວິຫານ ລະນຶກ ບັນດາກະສັດ ຮຸ່ງ ແລະ ວັດ ດຶກເລ້ແທ່ງເຮົ່າ ຫງວຽນຫື້ວແກ໊ງ (ຂ້າລາຊະການ ທີ່ມີຜົນງານອັນໃຫຍ່ຫຼວງ ຕໍ່ລັດໃນລະບອບສັກດິນາ) ແມ່ນສອງກິດຈະການ ປະຫວັດສາດ-ວັດ ທະນະທຳ ທີ່ໂດດເດັ່ນ ໃນນະຄອນ ຖູດຶກ (ລ້ວນຕັ້ງຢູ່ໃນສວນສາທາ ລະນະ ປະຫວັດສາດ ວັດທະນະທຳ ຊົນເຜົ່າ) ແມ່ນສະຖານທີ່ ທ່ອງທ່ຽວ ທີ່ບໍ່ຄວນພາດ ເມື່ອສຳຫຼວດດິນແດນທາງພາກໃຕ້ ຫວຽດນາມ.

ຈາກຜົນສຳເລັດ ໃນເບື້ອງຕົ້ນ ຂອງເສັ້ນທາງ Metro ເລກ 1, ເຄືອຂ່າຍ Metro ຂອງນະຄອນ ກຳລັງໄດ້ຮັບການຄົ້ນຄວ້າ ຂະຫຍາຍອອກເປັນ 10 ເສັ້ນທາງ, ໄລຍະທາງ 510 ກມ, ຍາວກວ່າແຜນເກົ່າສອງເທົ່າ, ຕອບສະໜອງໄດ້ 50-60% ຄວາມຕ້ອງການ ການຂົນສົ່ງຜູ້ ໂດຍສານສາທາລະນະ.

ນອກຈາກບັນດາເສັ້ນທາງ Metro, ເຄືອຂ່າຍທາງລົດໄຟແຫ່ງຊາດ ທີ່ຜ່ານ ນະຄອນໂຮ່ຈີມິນ ຍັງໄດ້ຮັບການວາງແຜນ ແລະ ຍົກລະດັບ ເພື່ອຮັບປະກັນ ການເຊື່ອມຕໍ່ ກັບເຂດເສດຖະກິດຫຼັກ ທາງພາກໃຕ້. ຕາມນັ້ນ, ເສັ້ນທາງລົດໄຟ ຮ່າໂນ້ຍ-ນະຄອນໂຮ່ຈີມິນ ຈະຖືກ ຍົກລະ ດັບ ທາງຄູ່, ຂະໜາດ 1,435 ມ; ບັນດາໄລຍະທາງ ໄດ້ຮັບການຈັດ ຕັ້ງ ແລ່ນລົດໄຟ ຕາມທິດທາງໃຈກາງ ຫຼື ຜ່ານໃຈກາງ ນະຄອນ ດ້ວຍ ລັກສະນະ ການຂົນສົ່ງຜູ້ໂດຍສານໃນຕົວເມືອງ.

ນອກຈາກນັ້ນ, ນະຄອນ ຈະສ້າງໃໝ່ ເສັ້ນທາງລົດໄຟ ເຊື່ອມຕໍ່ ເຂດ ແລະ ພາກພື້ນ 6 ເສັ້ນທາງລວມມີ: ເສັ້ນທາງລົດໄຟ ຄວາມໄວສູງ ເທິງແກນ ເໜືອ-ໃຕ້, ເສັ້ນທາງລົດໄຟ ນະຄອນ ໂຮ່ຈີມິນ-ເກິ່ນເທີ (ເຊື່ອມຕໍ່ ບັນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ), ເສັ້ນທາງນະຄອນ ໂຮ່ຈີມິນ-ໄຕນິງ (ເປີດໂອກາດເຊື່ອມຕໍ່ການຄ້າສາກົນ), ເສັ້ນທາງລົດ ໄຟ ຖູທຽມ-ລອງແທ່ງ (ເພື່ອເຊື່ອມຕໍ່ ກັບສະໜາມບິນສາກົນ ລອງແທ່ງ), ເສັ້ນທາງລົດໄຟນະຄອນໂຮ່ຈີມິນ-ລົກນິງ (ເຊື່ອມຕໍ່ ກຳປູເຈຍ, ປະກອບສ່ວນ ພັດທະນາ ລະບົບລົດໄຟ ຂ້າມອາຊີ), ເສັ້ນທາງລົດໄຟ ສະເພາະ ເຊື່ອມຕໍ່ ທ່າກຳປັ່ນ ຮຽບເຟືອກ, ເມືອງ ຍ່າແບ່.

ປີ 2025 ໄດ້ຖືກກໍານົດ ເປັນປີ ທ່ີສໍາຄັນ ເພື່ອໃຫ້ນະຄອນ ໂຮ່ຈີມິນ ເປີດປະຕູ ສູ່ການຄົມມະນາຄົມ ທີ່ສໍາຄັນ. ນະຄອນ ຄາດວ່າ ຈະເລີ່ມຕົ້ນໂຄງສ້າງພື້ນຖານໂຄງລ່າງ ທີ່ສໍາຄັນຈໍານວນຫຼາຍ ແລະ ເສັ້ນທາງຫຼັກ ທີ່ເຊື່ອມຕໍ່ ກັບແຂວງ ແລະ ນະຄອນອື່ນໆ ໃນເຂດເສດຖະກິດຫຼັກ ທາງພາກໃຕ້. 

ຂົວ ບາຊອນ ທີ່ສ້າງສໍາເລັດ ໄດ້ປ່ຽນໂສມໜ້າ ຕົວເມືອງ ຂອງເມືອງ 1, ນະຄອນ ຖູດຶກ, ຫຍໍ້ໄລຍະ ການເດີນທາງລະຫວ່າງນະຄອນ ຖູດຶກ ກັບໃຈກາງນະຄອນ ໂຮ່ຈີມິນ. ພາບ: ເລລິງ

ນະຄອນ ໂຮ່ຈີມິນ ກໍານົດສ້າງ 70 ໂຄງການທີ່ສໍາຄັນ. ໃນນັ້ນ, ສາ ມາດ ກ່າວເຖິງ ໂຄງການທີ່ໂດດເດັ່ນເຊັ່ນ: ທາງດ່ວນ ນະຄອນ ໂຮ່ຈີມິນ-ມົກບ່າຍ, ເຂດວົງແຫວນ 2, ເຂດວົງແຫວນ 3, ເຂດວົງແຫວນ 4, ຂົວ ເກິ່ນເຢີ່, ຂົວ ຖູທຽມ 4, ຂົວ ດົ່ງນາຍ 2, ຂົວ ຝູ໋ໝີ໊ 2... 

ໃນນັ້ນ, ໂຄງການເຂດວົງແຫວນ 3 ຊ່ວຍເຊື່ອມຕໍ່ ເຂດຕົວເມືອງ ບໍລິ ວານ, ຊ່ວຍຫຼຸດຜ່ອນຄວາມແອອັດ ດ້ານການຄົມມະນາຄົມ ໃນຕົວເມືອງ. ທາງດ່ວນ ນະຄອນໂຮ່ຈີມິນ-ລອງແທ່ງ-ເຢົ່າໄຢ, ທາງດ່ວນ ນະຄອນໂຮ່ຈີມິນ-ມົກບ່າຍ ແລະ ເສັ້ນທາງລົດໄຟ ຄວາມໄວສູງ ນະ ຄອນໂຮ່ຈີມິນ-ຍາຈາງ ກໍາລັງໄດ້ຮັບການເລັ່ງລັດ ຄວາມຄືບໜ້າ ເພື່ອປັບປຸງ ການເຊື່ອມຕໍ່ ລະຫວ່າງພາກພື້ນ. ເສັ້ນທາງການຄົມມະນາຄົມເຫຼົ່ານີ້ ບໍ່ພຽງແຕ່ຫຼຸດຜ່ອນ ເວລາເດີນທາງ ເທົ່ານັ້ນ, ແຕ່ຍັງສົ່ງເສີມການພັດທະນາເສດຖະກິດ, ດຶງດູດການລົງທຶນ ແລະ ຂະຫຍາຍການຄ້າ ລະຫວ່າງ ນະຄອນ ໂຮ່ຈີມິນ ກັບແຂວງຕ່າງໆ ທີ່ໃກ້ຄຽງ. 

ອີງຕາມທ່ານ ເລືອງມິງຟຸກ, ຜູ້ອໍານວຍການ ຄະນະກໍາມະການ ຄຸ້ມຄອງ ໂຄງການລົງທຶນ ກໍ່ສ້າງກິດຈະການ ການຄົມມະນາຄົມນະຄອນ ໂຮ່ຈີມິນ (ຄະນະຂົນສົ່ງ) ໃຫ້ຮູ້ວ່າ ປີ 2025 ໄດ້ຖືກກໍານົດ ໃຫ້ເປັນ ປີຂອງ ໂຄງການເຊື່ອມຕໍ່ ລະຫວ່າງພາກພື້ນ. ຕາມນັ້ນ, ໂຄງການຈໍານວນຫຼາຍຈະສໍາເລັດ ແລະ ນໍາເຂົ້າໃຊ້ການເຊັ່ນ: ໂຄງການຍົກລະ ດັບ ແລະ ເປີດກວ້າງ ທາງຫຼວງແຫ່ງຊາດ 50 ທັງໝົດ, ຊ່ວຍເຊື່ອມຕໍ່ ນະຄອນ ໂຮ່ຈີມິນ ກັບແຂວງ ຕ່ຽນຢາງ; ໂຄງການຈຸດເຊື່ອມຕໍ່ ອານຝູ໋ ຈະເປີດປະຕູທາງທິດ ຕາເວັນອອກ, ເຊື່ອມຕໍ່ທາງດ່ວນ ນະຄອນ ໂຮ່ຈີມິນ-ລອງແທ່ງ ແລະ ສະໜາມບິນ ລອງແທ່ງ... 

ໂຄງການຈຸດເຊື່ອມຕໍ່ ອານຝູ໋ ຄາດຫວັງວ່າ ເມື່ອສຳເລັດຈະຊ່ວຍຫຼຸດຜ່ອນ ການສັນຈອນ ຕິດຂັດ ແລະ ປັບປຸງ ການເຊື່ອມຕໍ່ ດ້ານການຄົມມະນາຄົມ ທາງທິດຕາເວັນອອກ ນະຄອນ ໂຮ່ຈີມິນ. ພາບ: ເລລິງ
ກໍາມະກອນ ກໍາລັງເຮັດວຽກລ່ວງເວລາ ເຮັດວຽກແບບ 3 ຜຽນ 4 ໜ່ວຍ ເພື່ອໃຫ້ບັນດາກິດຈະການ ສຳເລັດຕາມແຜນການ. ພາບ: ເລລິງ

ນອກຈາກນັ້ນ, ໂຄງການຂະຫຍາຍທາງຫຼວງແຫ່ງຊາດ 50 ຍັງມີ ບົດ ບາດສໍາຄັນເຊັ່ນດຽວກັນ. ການຍົກລະດັບເສັ້ນທາງນີ້ຈະປັບປຸງຄວາມສາມາດ ໃນການຂົນສົ່ງ, ເຊື່ອມຕໍ່ ນະຄອນໂຮ່ຈີມິນ ກັບ ແຂວງຕ່າງໆ ທາງພາກຕາເວັນຕົກສ່ຽງໃຕ້. ໂຄງການນີ້ ຈະສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມ ຂອງ ທົ່ວທັງເຂດ ທົ່ງພຽງ ແມ່ນໍ້າຂອງ ແລະ ປະ ກອບສ່ວນ ຫຼຸດຜ່ອນ ສະພາບລົດຕິດ ໃນຖະໜົນ. 

ເສັ້ນທາງດ່ວນ ນະຄອນໂຮ່ຈີມິນ-ມົກບ່າຍ ຈະເຊື່ອມຕໍ່ ນະຄອນ ກັບແຂວງ ໄຕນິງ ແລະ ເປີດກວ້າງການພົວພັນແລກປ່ຽຄ້າຂາຍ ກັບ ກໍາປູເຈຍ. ນີ້ແມ່ນໂຄງການທີ່ມີລັກສະນະຍຸດທະສາດ, ປະກອບສ່ວນ ສົ່ງເສີມ ການພັດທະນາ ດ້ານເສດຖະກິດຢູ່ເຂດຊາຍແດນ ແລະ ສ້າງ ແກນ ການຄົມມະນາຄົມ ສາກົນ ທີ່ສໍາຄັນ. 

ນອກຈາກນັ້ນ, ເສັ້ນທາງວົງແຫວນ 4 ຈະເພີ່ມລະບຽງ ການຄົມມະ ນາຄົມ ທີ່ສໍາຄັນອີກເສັ້ນທາງໜຶ່ງ ທີ່ເຊື່ອມຕໍ່ ນະຄອນໂຮ່ຈີມິນ ກັບແຂວງຕ່າງໆ ທີ່ໃກ້ຄຽງເຊັ່ນ: ລອງອານ, ບິ່ງເຢືອງ, ດົ່ງນາຍ ແລະ ບ່າເຣ້ຍ-ຫວຸ໊ງເຕົ່າ. ເສັ້ນທາງນີ້ ຈະຫຼຸດຜ່ອນ ສະພາບລົດຕິດ ຢ່າງຫຼວງ ຫຼາຍ ສໍາລັບເສັ້ນທາງວົງແຫວນ 3, ຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ການຈຳໜ່າຍສິນຄ້າ ແລະ ຜູ້ໂດຍສານ, ພ້ອມທັງເພີ່ມການເຊື່ອມ ຕໍ່ ລະຫວ່າງເຂດ ລະຫວ່າງ ນະຄອນໂຮ່ຈີມິນ ແລະ ເຂດຕາເວັນອອກສ່ຽງໃຕ້. 

ຫຼາຍເສັ້ນທາງຢູ່ຈຸດໃຈກາງຂອງນະຄອນກຳລັງໄດ້ຍົກລະດັບທັນສະໄໝ ແລະ ກວ້າງຂວງສວຍງາມຍິ່ງຂຶ້ນ. ພາບ: ທົງຫາຍ/VNP

ໂຄງການຄົມມະນາຄົມ ທີ່ສໍາຄັນເຫຼົ່ານີ້ຄາດວ່າ ຈະນໍາມາ ຜົນປະ ໂຫຍດອັນໃຫຍ່ຫຼວງຫຼາຍຢ່າງ. ມັນບໍ່ພຽງແຕ່ ເພີ່ມການ ເຊື່ອມຕໍ່ ລະ ຫວ່າງ ນະຄອນ ໂຮ່ຈີມິນ ແລະ ເຂດຕ່າງໆ ທີ່ໃກ້ຄຽງ ເທົ່ານັ້ນ, ແຕ່ຍັງສົ່ງເສີມການພັດທະນາ ຂອງຂະແໜງ ອຸດສາຫະກໍາ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ. ພ້ອມດຽວກັນ ຍັງປະກອບສ່ວນ ປັບ ປຸງຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງໂສມໜ້າໃໝ່ ໃຫ້ແກ່ ພື້ນຖານໂຄງລ່າງ ການຄົມມະນາຄົມ ໃນຕົວເມືອງ ແລະ ສົ່ງ ເສີມ ນະຄອນໂຮ່ຈີມິນ ໃຫ້ພັດທະນາ ແບບຍືນຍົງ ໃນອະນາຄົດ.

ບົດ: ທົງຫາຍ -​ ພາບ: ຫງວຽນລວນ, ທົງຫາຍ, ເລລິງ ແລະ ເອກະສານ -  ແປໂດຍ: ບິກລຽນ

ຄົນພິການ - ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ

ຄົນພິການ - ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ

ຢູ່ຫວຽດນາມ, ຊຸມຊົນຄົນພິການ ຖືກກໍານົດວ່າ ເປັນກຸ່ມ ທີ່ດ້ອຍໂອ ກາດ, ກວມເອົາກວ່າ 7% ຈຳນວນພົນລະເມືອງ, ເທົ່າກັບ ປະມານ 7 ລ້ານຄົນ. ເປັນເວລາຫຼາຍປີມາແລ້ວ, ພັກ ແລະ ລັດ ໄດ້ອອກ ນະໂຍບາຍ, ທິດທາງ ແລະ ພ້ອມກັບ ທົ່່ວ ສັງຄົມ ໄດ້ຮ່ວມແຮງຮ່ວມໃຈ ໃນການດູແລ, ປົກປ້ອງ ຄົນພິການ ຕາມ ຄໍາຂວັນ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”. ຜົນສໍາເລັດ ໃນວຽກງານນີ້ ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມ ອັນໃຫຍ່ຫຼວງ ຂອງ ຫວຽດນາມ ໃນການ ຮັບປະກັນ ສິດທິມະນຸດ, ລວມທັງສິດ ແລະ ຜົນປະໂຫຍດ ຂອງ ຄົນພິການ. 

Top