SEA Games 32: ວັນທີ 08 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 15 ຫຼຽນຄຳຕື່ມອີກ

ດ້ວຍເລື່ອງຄວ້າໄດ້ຫຼຽນຄຳ 30 ຫຼຽນ, ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ກຳປູເຈຍ.
  (ຄະນະນັກກິລາ ຫວຽດນາມ)  

ວັນທີ 08 ພຶດສະພາ, ແມ່ນວັນແຂ່ງຂັນທີ 3, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32), ຈັດຂຶ້ນຢູ່ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳ 15 ຫຼຽນຕື່ມອີກ.

ໃນນັ້ນ, ປະເພດຕີມວຍ bokator ຄວ້າໄດ້ຫຼຽນຄຳ 6 ຫຼຽນ, ປະເພດກິລາແລ່ນ ແລະ ລານ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາລອຍນ້ຳ ຄວ້າໄດ້ຫຼຽນຄຳ 2 ຫຼຽນ; ປະເພດກິລາຢິມນາດສະຕິກຄວ້າໄດ້ຫຼຽນຄຳ 1 ຫຼຽນ. ສ່ວນຫຼຽນຄຳ 4 ຫຼຽນແມ່ນຂອງປະເພດກິລາຕີມວຍ vovinam ແລະ karate.

ດ້ວຍເລື່ອງຄວ້າໄດ້ຫຼຽນຄຳ 30 ຫຼຽນ, ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ກຳປູເຈຍ.

ໃນຂະນະນັ້ນ, ໃນສາຍ B ປະເພດກິລາບານເຕະຊາຍ, ຕອນຄ່ຳວັນທີ 08 ພຶດສະພາ, ທິມບານເຕະ U22 ຫວຽດນາມ ຍາດໄດ້ຊະນະ 2-1 ຕໍ່ທິມບານເຕະ U22 ມາເລເຊຍ. ໃນການແຂ່ງຂັນນັດທ້າຍສາຍ B ຈະດຳເນີນໃນວັນທີ 11 ພຶດສະພາ, ໝາກຜົນການແຂ່ງຂັນລະຫວ່າງທິມບານເຕະຊາຍ U22 ຫວຽດນາມ ແລະ U22 ໄທ ພຽງແຕ່ແຂ່ງຂັນເພື່ອຈັດແບ່ງທິມບານເຕະທີ່ຢືນທີ 1, ທີ 2 ຂອງສາຍເທົ່ານັ້ນ.


top