• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

RCEP ຮ່ວມສຳພັນທ່າແຮງຂອງບັນດາພື້ນຖານເສດຖະກິດອາຊີເໜືອແລະອາຊີຕາເວັນອອກສ່ຽງໃຕ້

      ​ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບລົງນາມໃນວັນທີ 15 ພະຈິກ ຜ່ານມາຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ

ສັນຍາ RCEP ຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ
(ພາບ: nhandan)
      ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງ 15 ປະເທດຢູ່ອາຊີ - ປາຊີຟິກ ລົງນາມໃນວັນທີ 15 ພະຈິກ ຜ່ານມາ ຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ, ພ້ອມທັງຊ່ວຍເພີ່ມທະວີການເຊື່ອມໂຍງຂອງພາກພື້ນ. ບົດລາຍງານໂດຍນັກຊ່ຽວຊານ Peter A.Petri ສັງກັດສະຖາບັນ Brookings ແລະ ທ່ານສາດສະດາຈານເສດຖະກິດສາກົນ Michael Plummer ຂຶ້ນກັບມະຫາວິທະຍາໄລ Johns Hopkins, ອາເມລິກາ, ພ້ອມກັນປະຕິບັດ. ຕາມນັກຊ່ຽວຊານ 2 ທ່ານດັ່ງກ່າວແລ້ວ, ຄາດຄະເນວ່າ ສັນຍາ RCEP ພ້ອມກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ທີ່ໄດ້ລົງນາມເມື່ອປີ 2018 ຈະຊຸກຍູ້ບັນດາພື້ນຖານເສດຖະກິດຢູ່ອາຊີເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ດ້ວຍການຮ່ວມສຳພັນທາງດ້ານທ່າແຮງຂອງບັນດາພື້ນຖານເສດຖະກິດນີ້.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top