• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

KCNA ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ

KCNA ຊີ້ແຈ້ງວ່າ ສອງຝ່າຍ ໄດ້ມີການແລກປ່ຽນທັດສະນະຢ່າງເລິກເຊິ່ງກວ້າງຂວາງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບການພັດທະນາບັນດາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີ Ri Yong Ho (ພາບ: TTXVN)

ວັນທີ 03 ທັນວາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong Ho ໃນ 04 ວັນຜ່ານມາ. ຕາມ KCNA ແລ້ວ, ຢູ່ຫວຽດນາມ, ທ່ານລັດຖະມົນຕີ Ri Yong Ho ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ.

        KCNA ຊີ້ແຈ້ງວ່າ ສອງຝ່າຍ ໄດ້ມີການແລກປ່ຽນທັດສະນະຢ່າງເລິກເຊິ່ງກວ້າງຂວາງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບການພັດທະນາບັນດາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວດັ່ງກ່າວບໍ່ໄດ້ສະໜອງເນື້ອໃນລາຍລະອຽດຂອງການພົບປະ. KCNA ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານລັດຖະມົນຕີ Ri Yong Ho ໄດ້ເຂົ້າຄໍ່ານັບສຸສານປະທານໂຮ່ຈີມິນ. ວັນທີ 02 ທັນວາ, ທ່ານ Ri Yong Ho ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ເຊິ່ງແກ່ຍາວເປັນ ເວລາ 04 ວັນ ແລະ ເດີນທາງໄປຢ້ຽມຢາມ Syria. 

(ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top