• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

JICA ຊ່ວຍ​ເຫຼືອອຸປະກອນ​​ການ​ແພດປິ່ນປົວພະຍາດ​ໂຄ​ວິດ - 19 ​ໃຫ້​ແກ່ໂຮງໝໍ ​ເຈິ​​ເຣີ້ຍ, ຫວຽດນາມ

ໃນໄລຍະຈະມາເຖິງຈະສືບຕໍ່ໃຫ້ຄໍາປຶກສາຢ່າງແໜ້ນແຟ້ນກັບລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍຫວຽດນາມ ປ້ອງກັນບັນດາພະຍາດຕິດແປດ, ໃນນັ້ນມີພະຍາດໂຄວິດ - 19. 

ຜູ້ຕາງໜ້າອົງການ JICA  ມອບອຸປະກອນການແພດໃຫ້ແກ່ ໂຮງໝໍເຈິເຣິ້ຍ (ພາບ:hcmcpv.org.vn)

ວັນທີ 29 ກໍລະກົດ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຫວຽດນາມ ໃຫ້ຮູ້ວ່າ ຫາກໍດໍາເນີນພິທີມອບ - ຮັບ ອຸປະກອນການແພດງວດທໍາອິດ ເຊິ່ງລວມມີ ເຄື່ອງ ECMO ແລະ ຊຸດວິໄຈບົ່ງມະຕິພະຍາດໄວ PCR ໃຫ້ແກ່ໂຮງໝໍເຈິເຣີ້ຍ (ນະຄອນໂຮ່ຈີມິນ). ນີ້ແມ່ນຈໍານວນອຸປະກອນທີ່ນອນໃນໂຄງການຊ່ວຍເຫຼືອອຸປະກອນການແພດຈໍານວນໜຶ່ງ (ດ້ວຍມູນຄ່າປະມານ 60 ລ້ານ ເຢັນ, ເທົ່າກັບ 12 ຕື້ດົ່ງ) ເພື່ອໜູນຊ່ວຍໂຮງໝໍເຈິເຣີ້ຍ ປິ່ນປົວຜູ້ຕິດພະຍາດໂຄວິດ - 19 ໂດຍ ອົງການ JICA ອຸປະຖໍາ ເຊິ່ງໄດ້ປະກາດໃນເດືອນມິຖຸນາ 2020.

        ຜູ້ຕາງໜ້າອົງການ JICA ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງຈະສືບຕໍ່ໃຫ້ຄໍາປຶກສາຢ່າງແໜ້ນແຟ້ນກັບລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍຫວຽດນາມ ປ້ອງກັນບັນດາພະຍາດຕິດແປດ, ໃນນັ້ນມີພະຍາດໂຄວິດ - 19. 

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top