• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

IPEF ຕ້ອງອີງໃສ່ຫຼັກການເປີດ, ກວມລວມ, ໂປ່ງໃສ, ສອດຄ່ອງກັບກົດໝາຍສາກົນ

ທ່ານນາງ ເລທິທູຮັ່ງໃຫ້ຮູ້ວ່າ, ທັດສະນະຂອງ ຫວຽດນາມ ແມ່ນ IPEF ຕ້ອງອີງໃສ່ຫຼັກການເປີດ, ກວມລວມ, ໂປ່ງໃສ, ສອດຄ່ອງກັບກົດໝາຍສາກົນ, ບົດບາດໃຈກາງຂອງ ອາຊຽນ ແລະ ເພີ່ມເຕີມໃຫ້ແກ່ການຮ່ວມສຳພັນເສດຖະກິດທີ່ມີຢູ່ແລ້ວ, ກໍຄືການຮ່ວມສຳພັນເສດຖະກິດສາກົນ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.
  ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)  

 ຕອນບ່າຍວັນທີ 26 ພຶດສະພາຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຍົກໃຫ້ເຫັນທັດສະນະກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມຂັ້ນຕອນການປຶກສາຫາລື ຂອບເຂດເສດຖະກິດ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອຄວາມວັດທະນາຖາວອນ (IPEF), ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ຕອນບ່າຍວັນທີ 23 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທາງໄກໃນພິທີປະກາດການເລີ່ມປຶກສາຫາລືກ່ຽວກັບ IPEF. ທ່ານນາງເລທິທູຮັ່ງ ຢັ້ງຢືນວ່າ ນີ້ແມ່ນເຫດການເປີດສາກໃຫ້ແກ່ຂັ້ນຕອນປຶກສາຫາລື ເພື່ອເຮັດໃຫ້ເນື້ອໃນຂອງຂອບເຂດດັ່ງກ່າວຈະແຈ້ງ.

ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງ ແລກປ່ຽນ, ເຮັດໃຫ້ເນື້ອໃນຂອງ IPEF ຈະແຈ້ງ, ໂດຍສຸມໃສ່ 4 ເສົາຄ້ຳ: ການຄ້າ; ລະບົບສະໜອງ; ພະລັງງານສະອາດ, ການປອດກາກບອນ ແລະ ພື້ນຖານໂຄງລ່າງ; ພາສີອາກອນ ແລະ ຕ້ານການສໍ້ລາດບັງຫຼວງ”.

ທ່ານນາງ ເລທິທູຮັ່ງໃຫ້ຮູ້ວ່າ, ທັດສະນະຂອງ ຫວຽດນາມ ແມ່ນ IPEF ຕ້ອງອີງໃສ່ຫຼັກການເປີດ, ກວມລວມ, ໂປ່ງໃສ, ສອດຄ່ອງກັບກົດໝາຍສາກົນ, ບົດບາດໃຈກາງຂອງ ອາຊຽນ ແລະ ເພີ່ມເຕີມໃຫ້ແກ່ການຮ່ວມສຳພັນເສດຖະກິດທີ່ມີຢູ່ແລ້ວ, ກໍຄືການຮ່ວມສຳພັນເສດຖະກິດສາກົນ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.

ທີ່ການຖະແຫຼງຂ່າວນີ້, ທ່ານນາງເລທິທູຮັ່ງ ກໍໄດ້ແບ່ງປັນຂໍ້ມູນກ່ຽວກັບການຂີດເສັ້ນ, ປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ໃນຊຸມປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ປະຕິບັດສຳເລັດການຂີດເສັ້ນ, ປັກຫຼັກໝາຍຊາຍແດນຢູ່ເສັ້ນຊາຍແດນໄດ້ປະມານ 1.045 ກິໂລແມັດ, ເທົ່າກັບ 84% ຂອງລວງຍາວເສັ້ນຊາຍແດນທາງບົກທັງໝົດ. ປັດຈຸບັນ, ສອງຝ່າຍກຳລັງພະຍາຍາມເຈລະຈາເພື່ອແກ້ໄຂການຂີດເສັ້ນ, ປັກຫຼັກໝາຍຊາຍແດນຢູ່ຕາມເສັ້ນຊາຍແດນທີ່ຍັງເຫຼືອ 16%.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ...

Top