ເມື່ອກ່າວຄຳເຫັນໃນຄື້ນວິທະຍຸ France Inter ຂອງ ຝລັ່ງ, ທ່ານ Fatih Birol ເນັ້ນໜັກວ່າ ນີ້ແມ່ນ “ວິກິດການຄັ້ງໃຫຍ່ສຸດໃນປະຫວັດສາດ” ເມື່ອບັນດາຜົນກະທົບຈາກລາຄານ້ຳມັນ ແລະ ອາຍແກັດເພີ່ມຂຶ້ນຢ່າງແຮງ ບວກກັບຜົນຕາມມາຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກ່ອນໜ້ານັ້ນ. ໝາກຜົນແມ່ນ ຕະຫຼາດພະລັງງານທົ່ວໂລກໃນປັດຈຸບັນຖືກກຳລັງກົດດັນແບບບໍ່ເຄີຍມີມາກ່ອນ, ເຊິ່ງລື່ນກາຍບັນດາວິກິດການໃນຊຸມປີ 1973, 1979 ແລະ 2022 ບວກເຂົ້າກັນ.
ການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz, ເຊິ່ງເປັນເສັ້ນທາງຂົນສົ່ງດ້ວຍການເດີນເຮືອຍຸດທະສາດທີ່ຄ່ຽນຖ່າຍປະມານ 20% ປະລິມານນ້ຳມັນບໍ່ ແລະ ອາຍແກັດເຫຼວທຳມະຊາດທົ່ວໂລກ ຖືກຂາດວັກຂາດຕອນຢ່າງຮ້າຍແຮງ. ສະພາບການກ່ຳປັ່ນຖືກຕິດຄ້າງຢູ່ເຂດນີ້ພວມເຮັດໃຫ້ຄວາມສ່ຽງແຫຼ່ງສະໜອງຖືກຕັດຂາດເພີ່ມຂຶ້ນ, ຍູ້ໃຫ້ລາຄາພະລັງງານສູງຂຶ້ນໃນວົງກວ້າງ.







