ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການກຳນົດທິດການຮ່ວມມືຈຸດສຸມຈຳນວນໜຶ່ງ
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Deirdre Ní Fhallúin ເອກອັກຄະລັດຖະທູດ ອຽກລັງ ປະຈຳ ຫວຽດນາມ. (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອຽກລັງ (1996 – 2026), ຕອນບ່າຍວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Deirdre Ní Fhallúin ເອກອັກຄະລັດຖະທູດ ອຽກລັງ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການກຳນົດທິດການຮ່ວມມືຈຸດສຸມຈຳນວນໜຶ່ງ, ຄື: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຈັດບັນດາການເຄື່ອນໄຫວພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ, ວັດທະນະທຳ, ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຊຸກຍູ້ ອຽກລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ເພື່ອໃຫ້ ຫວຽດນາມ - ສະຫະພາບ ເອີລົບ (ອີຢູ) (EVIPA) ໂດຍໄວ; ສົ່ງເສີມວິສາຫະກິດທ່ອງທ່ຽວ ອຽກລັງ ເຂົ້າຮ່ວມບັນດາການເຄື່ອນໄຫວທ່ອງທ່ຽວຢູ່ ຫວຽດນາມ…
ສ່ວນທ່ານເອກອັກຄະລັດຖະທູດ Deirdre Ní Fhallúin ປາດຖະໜາຢາກຈັດຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຄື: ການສະແດງເຄື່ອງດົນຕີ, ບັນດາເຫດການໂຄສະນາພາບພົດປະເທດຊາດ, ຊາວ ອຽກລັງ ຢູ່ ຫວຽດນາມ… ໃຫ້ຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)