ຢູແກຼນ ໄດ້ປະຕິບັດການສ້ອມແປງທໍ່ສົ່ງນ້ຳມັນ Druzhba ທີ່ຖືກເປ່ເພສຳເລັດແລ້ວ ແລະ ພ້ອມແລ້ວທີີ່ຈະນຳເຂົ້າເຄື່ອນໄຫວຄືນໃໝ່.
ວັນທີ 21 ເມສາ, ສື່ມວນຊົນ ເອີລົບ ໃຫ້ຂ່າວວ່າ ຢູ່ແກຼນ ໄດ້ສ້ອມແປງທໍ່ຂົນສົ່ງນ້ຳມັນຂອງ ລັດເຊຍ ໄປ ເອີລົບ Druzhba ທີ່ຖືກເປ່ເພເມື່ອຕົ້ນປີ 2026 ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່ການສະໜອງຄືນໃໝ່. ການກະທຳດັ່ງກ່າວແມ່ນເພື່ອແນໃສ່ແກ້ໄຂສິ່ງກີດຂວາງເຊິ່ງປະເທດນີ້ຕັ້ງຄວາມຫວັງວ່າຈະແມ່ນຮົ້ວກີດຂວາງສຸດທ້າຍເພື່ອຮັບປະກັນວ່າຈະໄດ້ຮັບບ້ວງເງິນໜູນຊ່ວຍນັບສິບຕື້ເອີໂລ.
ໃນຖະແຫຼງການໃນສື່ສັງຄົມອອນໄລ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຢູແກຼນ ໄດ້ປະຕິບັດການສ້ອມແປງທໍ່ສົ່ງນ້ຳມັນ Druzhba ທີ່ຖືກເປ່ເພສຳເລັດແລ້ວ ແລະ ພ້ອມແລ້ວທີີ່ຈະນຳເຂົ້າເຄື່ອນໄຫວຄືນໃໝ່.
ພາຍຫຼັງການຢັ້ງຢືນເລື່ອງສ້ອມແປງສຳເລັດແລ້ວ, ທ່ານປະທານາທິບໍດີ ຢູແກຼນ ໄດ້ແລກປ່ຽນກັບ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ ກ່ຽວກັບບ້ວງເງິນກູ້ຢືມທີ່ມີມູນຄ່າ 90 ຕື້ເອີໂລ (97,5 ຕື້ USD) ທີ່ຖືກໂຈະໄວ້ແຕ່ກ່ອນນັ້ນ.
(ແຫຼ່ງຄັດຈາກ VOV)