• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ຕວັກກີ

2 ຝ່າຍໄດ້ເປັນເອກະພາບຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນໃນການພົວພັນສັງລວມຂອງ 2 ປະເທດ.
  ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Musa Heybet, ຮອງລັດຖະມົນຕີປ້ອງກັນປະເທດ ຕວັກກີ (ພາບ: QDND)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ມາ​ເລ​ເຊຍ, ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ ອາ​ຊີ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ອາ​ຊີ (DSA) ຄັ້ງ​ທີ 19 ແຕ່​ວັນ​ທີ 20 – 23 ເມ​ສາ, ທ່ານພົນ​ໂທ ຫງວຽນ​ເຈື່ອງ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ສົນ​ທະ​ນາ​ກັບ ​ທ່ານ Musa Heybet, ຮອງ​ລັດ​ຖະ​ມົນ​ຕີປ້ອງກັນ​ປະ​ເທດ ຕວັກ​ກີ.

ຢູ່​ທີ່ນີ້, 2 ຝ່າຍ​ໄດ້​ເປັນເອກະພາບ​ຕີ​ລາ​ຄາ​​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ສຳ​ຄັນ​ໃນ​ການ​ພົວ​ພັນ​ສັງ​ລວມ​ຂອງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ່ຕີ​ລາ​ຄາ​ສ​ູ​ງ​ໝາກ​ຜົນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ, 2 ຝ່າຍ​ຢືນ​ຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ຄື: ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ບຳ​ລຸງ​ສ້າງ, ກູ້​ໄພ​ກູ້​ຊີບ, ແກ້​ໄຂ​​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງ​ຄາມ, ອຸດ​ສາ​ຫະ​ກຳ​ປ້ອງ​ກັ​ນ​ຊາດ, ການ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ, ການ​ຮັບ​ມື​ກັບ​ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ, ສົມ​ທົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ສະ​ຫະ​ປະ​ຊາ​ຊາດ ແລະ ໃນ​ຂອບ​ເຂດ ອາ​ຊຽນ. ຫວຽດ​ນາມ ພ້ອມ​ແລ້ວທີ່​ຈະ​ຕ້ອນ​ຮັບ​ນາຍ​ທະ​ຫານ ຕວັກ​ກີ ມາ​ຮ່ຳ​ຮຽນພາ​ສາ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ຊຸດ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ​ສາ​ກົນ​ຢູ່ ຫວຽດ​ນາມ.

ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Musa Heybet ໃຫ້​ຮູ້​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕວັກ​ກີ ຈະ​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ໄປເຂົ້າ​ຮ່ວມ ແລະ ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026, ເຊິ່ງຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 – 13 ທັນ​ວາ​ 2026 ຢູ່ ຮ່າ​ໂນ້ຍ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການພົວພັນ ຫວຽດນາມ - ອຽກລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ເພີ່ມທະວີການພົວພັນ ຫວຽດນາມ - ອຽກລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການກຳນົດທິດການຮ່ວມມືຈຸດສຸມຈຳນວນໜຶ່ງ

Top