2 ຝ່າຍໄດ້ເປັນເອກະພາບຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນໃນການພົວພັນສັງລວມຂອງ 2 ປະເທດ.
ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Musa Heybet, ຮອງລັດຖະມົນຕີປ້ອງກັນປະເທດ ຕວັກກີ (ພາບ: QDND)
ໃນຂອບເຂດການຢ້ຽມຢາມ ມາເລເຊຍ, ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດ ອາຊີ (DSA) ຄັ້ງທີ 19 ແຕ່ວັນທີ 20 – 23 ເມສາ, ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Musa Heybet, ຮອງລັດຖະມົນຕີປ້ອງກັນປະເທດ ຕວັກກີ.
ຢູ່ທີ່ນີ້, 2 ຝ່າຍໄດ້ເປັນເອກະພາບຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນໃນການພົວພັນສັງລວມຂອງ 2 ປະເທດ. ພ້ອມກັນນັ້ນ, ກໍ່ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາ, 2 ຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ, ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ, ອຸດສາຫະກຳປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ, ການຮັບມືກັບຄວາມໝັ້ນຄົງແບບເກົ່າ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ໃນຂອບເຂດ ອາຊຽນ. ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບນາຍທະຫານ ຕວັກກີ ມາຮ່ຳຮຽນພາສາ ຫວຽດນາມ ແລະ ເຂົ້າຮ່ວມຊຸດເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ ຫວຽດນາມ.
ສ່ວນທ່ານຮອງລັດຖະມົນຕີ Musa Heybet ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຕວັກກີ ຈະຈັດສົ່ງຄະນະຜູ້ແທນໄປເຂົ້າຮ່ວມ ແລະ ວິສາຫະກິດເຂົ້າຮ່ວມການວາງສະແດງທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026, ເຊິ່ງຈະຈັດຂຶ້ນແຕ່ວັນທີ 10 – 13 ທັນວາ 2026 ຢູ່ ຮ່າໂນ້ຍ.