• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ອອກ​ຖະ​ແຫຼງ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ຫາ ລັດ​ເຊຍ - ຢູ​ແກຼນ

ລັດຖະມົນຕີການຕ່າງປະເທດ ບັນດາປະເທດ G7 ໄດ້ຮຽກຮ້ອງໃຫ້ລັດເຊຍ ເລືອກເອົາບັນດາມາດຕະການການທາງທທູດ, ຖອນທະຫານອອກຈາກເຂດໃກ້ກັບຊາຍແດນຢູແກຼນ, ພ້ອມທັງປະຕິບັດຕາມບັນດາຄຳໝັ້ນສັນຍາສາກົນ ຢ່າງຄົບຖ້ວນ.

ຕາມຖະແຫຼງການຮ່ວມໂດຍລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ ປະກາດ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ G7 ໄດ້ຮຽກຮ້ອງໃຫ້ລັດເຊຍ ເລືອກເອົາບັນດາມາດຕະການການທາງທທູດ, ຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດ, ຖອນທະຫານອອກຈາກເຂດໃກ້ກັບຊາຍແດນຢູແກຼນ, ພ້ອມທັງປະຕິບັດຕາມບັນດາຄຳໝັ້ນສັນຍາສາກົນ ຢ່າງຄົບຖ້ວນ.

ການນຳປະເທດສະມາຊິກ G7 ແລະ ຢູແກຼນ (ພາບ: TTXVN)

ວັນທີ 19 ກຸມພາ ລັດຖະມົນຕີກຸ່ມບັນດາພື້ນຖານອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນຫາ ລັດເຊຍ - ຢູແກຼນ, ໃນນັ້ນໄດ້ຢັ້ງຢືນວ່າ ຍັງບໍ່ທັນມີຫຼັກຖານໃດທີ່ສະແດງໃຫ້ເຫັນວ່າ ລັດເຊຍ ພວມຫຼຸດຜ່ອນບັນດາການເຄື່ອນໄຫວທາງການທະຫານຢູ່ເຂດຊາຍແດນຕິດກັບ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ຍັງມີຄວາມສົນໃຈເປັນຢ່າງຍິ່ງຕໍ່ການຜັນແປຢູ່ເຂດນີ້. ຕາມຖະແຫຼງການຮ່ວມໂດຍລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ ປະກາດ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ G7 ໄດ້ຮຽກຮ້ອງໃຫ້ລັດເຊຍ ເລືອກເອົາບັນດາມາດຕະການການທາງທທູດ, ຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດ, ຖອນທະຫານອອກຈາກເຂດໃກ້ກັບຊາຍແດນຢູແກຼນ, ພ້ອມທັງປະຕິບັດຕາມບັນດາຄຳໝັ້ນສັນຍາສາກົນ ຢ່າງຄົບຖ້ວນ.

ສ່ວນຝ່າຍລັດເຊຍ, ວັນທີ 18 ກຸມພາ ກະຊວງປ້ອງກັນປະເທດລັດເຊຍ ໄດ້ປະກາດ ເລີ່ມຖອນ ລົດຖັງ, ລົດຫຸ້ມເກາະຕ່າງໆ ຕື່ມອີກ ອອກຈາກເຂດໃກ້ກັບຊາຍແດນຕິດກັບຢູແກຼນ. ກ່ອນໜ້ານັ້ນ, ໃນວັນທີ 16 ກຸມພາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ ການຊ້ອມຮົບຢູ່ແຫຼມ Crimea ໄດ້ສິ້ນສຸດລົງແລ້ວ ແລະ ບັນດາພົນທະຫານພວມກັບຄືນຖານທີ່ໝັ້ນຂອງຕົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top