• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G20 ຕົກ​ລົງ​ເຫັນ​ດີ​ສ້າງ​ກອງ​ທຶນ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ

ບັນດາປະເທດສະມາຊິກຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເຫັນດີເປັນເອກະພາບເພີ່ມທະວີລັດທິຫຼາຍຝ່າຍ ແລະ ຊຸກຍູ້ການສ້າງກອງທຶນຊ່ວຍເຫຼືອວິວັດການພັດທະນາໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ກໍາລັງພັດທະນາ ແລະ ບັນດາປະເທດເກາະນ້ອຍ.
  (ພາບປະກອບ: Shutter)  

ວັນທີ 14 ສິງຫາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ພັດທະນາຂອງ ອິນໂດເນເຊຍ Suharso Monoarfa ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເຫັນດີເປັນເອກະພາບເພີ່ມທະວີລັດທິຫຼາຍຝ່າຍ ແລະ ຊຸກຍູ້ການສ້າງກອງທຶນຊ່ວຍເຫຼືອວິວັດການພັດທະນາໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ກໍາລັງພັດທະນາ ແລະ ບັນດາປະເທດເກາະນ້ອຍ. ຄຳໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາໃນກຸ່ມປະຕິບັດການພັດທະນາ G20 (DWG) ຄັ້ງທີ 3, ເຊິ່ງຖືກຈັດຂຶ້ນຢູ່ ບາລີ ແຕ່ວັນທີທີ 10 ຫາວັນທີ 12 ສິງຫາ.

ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ G20 ໄດ້ແລກປ່ຽນ ແລະ ແບ່ງປັນທັດສະນະກ່ຽວກັບລັດທິຫຼາຍວຝ່າຍ, ການເຕີບໂຕຂອງບັນດາປະເທດ ແລະ ບັນດາແຜນການພັດທະນາ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ກຸ່ມປະຕິບັດການພັດທະນາ G20 ກໍໄດ້ປືກສາຫາລືກ່ຽວກັບຍຸດທະສາດຫຼຸດຜ່ອນໂລກລະບາດໂຄວິດ - 19, ຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກໍຄື ຫັນເປັນເຕັກນິກດີຈີຕອນ ແລະ ພະລັງງານ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top