• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ເຝີ 2024 ຈະຈັດຂຶ້ນແຕ່ວັນທີ 15 – 17 ມີນາ ຢູ່ແຂວງ ນາມດິ້ງ

Festival ເຝີ 2024 ມີການເຂົ້າຮ່ວມຂອງ 50 ຮ້ານວາງສະແດງຂອງວິສາຫະກິດ, ເຄື່ອງໝາຍການຄ້າອາຫານການກິນ ເພື່ອໂຄສະນາ, ເຊີດຊູ ເຝີ.
  Festival ເຟີ 2024 ຈະຈັດຂຶ້ນຢ່າງເປັນທາງການແຕ່ວັນທີ 15 – 17 ມີນາ, ຢູ່ນະຄອນ ນາມດິ້ງ (ພາບ: baonamdinh.vn)  

Festival ເຟີ 2024 ດ້ວຍຫົວຂໍ້ “ເສັ້ນທາງເຝີ ຫວຽດ” ຈະຈັດຂຶ້ນຢ່າງເປັນທາງການແຕ່ວັນທີ 15 – 17 ມີນາ, ຢູ່ນະຄອນ ນາມດິ້ງ, ແຂວງ ນາມດິ້ງ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ດຶງດູດໃຈຫຼາຍຢ່າງ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດທີ່ການປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 29 ກຸມພາ, ຢູ່ ຮ່າໂນ້ຍ.

Festival ເຝີ 2024 ມີການເຂົ້າຮ່ວມຂອງ 50 ຮ້ານວາງສະແດງຂອງວິສາຫະກິດ, ເຄື່ອງໝາຍການຄ້າອາຫານການກິນ ເພື່ອໂຄສະນາ, ເຊີດຊູ ເຝີ. ໃນ 3 ວັນຈັດ Festival ເຝີ 2024, ຄະນະຈັດຕັ້ງມີລາຍການພິເສດ, ຄາດວ່າຈະມີເຝີແຕ່ 15.000 – 20.000 ຖ້ວຍຮັບໃຊ້ລູກຄ້າຜ່ານຮູບແບບທະນາບັດຊື້ສິນຄ້າ. ທ່ານນາງ ເລທິທຽດ, ປະທານສະມາຄົມວັດທະນະທຳ, ອາຫານການກິນແຂວງ ນາມດິ້ງ, ໃຫ້ຮູ້ວ່າ:

“ຈຸດພົ້ນເດັ່ນຂອງ Festival ເຝີ 2024 ຄັ້ງນີ້ແມ່ນ, ພວກຂ້າພະເຈົ້າຈະສ້າງ, ວາດພາບຄືນເສັ້ນທາງຂອງ ເຝີ ແລະ ເຊີດຊູບັນດາໝູ່ບ້ານອາຊີບເຮັດເສັ້ນ ເຝີ  ແລະ ວາດພາບຄືນບັນດາທົ່ງນາ ແລະ ເມັດເຂົ້າເພື່ອເຮັດເສັ້ນ ເຝີ ທີ່ແຊບນົວ, ເປັນເອກະລັກສະເພາະຂອງ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top