• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ເຫ້​ວ 2022: ກຽມ​ພ້ອມ​ໃຫ້​ແກ່​​ ລາຍ​ການ​ສະ​ແດງ ວັດ​ທະ​ນະ​ທຳ

ສັບປະດາ Festival ເຫ້ວ 2022 ມີ 8 ຄະນະສະແດງສິລະປະຕ່າງປະເທດເຂົ້າຮ່ວມນັ້ນແມ່ນ: ຝລັ່ງ, ແບນຊິກ, ແອັດສະປາຍ, ບຣາຊິນ, ລັດເຊຍ, ອາຣັບບິ ຊາອຸດິ ແລະ ໄທ ພ້ອມກັບ 30 ຄະນະສະແດງສິລະປະດີເດັ່ນພາຍໃນປະເທດ.
  ການສະແດງສິລະປະ   

ອນບ່າຍວັນທີ 20 ມິຖຸນາ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ໄດ້ຈັດການຖະແຫຼງຂ່າວ ສັບປະດາ Festival ເຫ້ວ 2022 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ”. ຕາມນັ້ນແລ້ວ, ສັບປະດາ Festival ເຫ້ວ 2022 ຈະດຳເນີນໃນລະຫວ່າງວັນທີ 25 ມິຖຸນາ ຫາວັນທີ 30 ມິຖຸນາ. ສັບປະດາ Festival ເຫ້ວ 2022 ມີ 8 ລາຍການ, ມີບັນດາການເຄື່ອນໄຫວສະແດງສິລະປະວັດທະນະທຳທີ່ເປັນດຶງດູດໃຈ ເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຄົມ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2022 ໃຫ້ຮູ້ວ່າ:

ສັບປະດາ Festival ເຫ້ວ ຈະມີລາຍການທີ່ໃໝ່ອ່ຽມ. ພວກຂ້າພະເຈົ້າຈະຈັດພິທີໄຂຢູ່ສະໜາມຫຼວງ ເງາະມົນ. ໄປຄຽງຄູ່ກັນນັ້ນກໍ່ມີຫຼາຍການເຄື່ອນໄຫວຕອບສະໜອງໃນສັບປະດາດ້ວຍເປົ້າໝາຍມຸ່ງໄປເຖິງປະຊາຄົມຄື: ວັນບຸນ ບາລູນ, ວັນບຸນ ອາຫານການກິນ, Street Festival ເພື່ອໃຫ້ວົງຄະນະຍາດໃນບໍລິເວນແຂວງລ້ວນແຕ່ເຂົ້າຮ່ວມໃນສັບປະດາຈຸດສຸມນີ້.

ສັບປະດາ Festival ເຫ້ວ 2022 ມີ 8 ຄະນະສະແດງສິລະປະຕ່າງປະເທດເຂົ້າຮ່ວມນັ້ນແມ່ນ: ຝລັ່ງ, ແບນຊິກ, ແອັດສະປາຍ, ບຣາຊິນ, ລັດເຊຍ, ອາຣັບບິ ຊາອຸດິ ແລະ ໄທ ພ້ອມກັບ 30 ຄະນະສະແດງສິລະປະດີເດັ່ນພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top