• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ມໍຣະດົກ ກວາງນາມ: ງານມະໂຫລານຂັບຈ່ອຍ ແລະ ສະແດງມໍຣະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ

      ງານມະໂຫລານແມ່ນໂອກາດເພື່ອເຕົ້າໂຮມ ແລະ ເຊີດຊູບັນດາຄຸນຄ່າຂອງມໍຣະດົກ ທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ຜ່ານນັ້ນ, ແນະນຳ, ໂຄສະນາເຖິງມະຫາຊົນ ແລະ ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ
ນັກສິລະປິນ ນະຄອນ ໂຮ່ຈີມິນ ສະແດງທີ່ງານບຸນ
      ໃນຂອບເຂດການເຄື່ອນໄຫວ “Festival ມໍຣະດົກ ກວາງນາມ” ຄັ້ງທີ 6 ປີ 2017, ຕອນຄ່ຳວັນທີ 10 ມິຖຸນາ, ຢູ່ສະໜາມຫຼວງຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ່, ຄະນະກຳມະການປະຊາຊົນແຂວງ ກວາງນາມ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັນໄຂລາຍການສະແດງຂັບຈ່ອຍ ແລະ ວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ງານມະໂຫລານແມ່ນໂອກາດເພື່ອເຕົ້າໂຮມ ແລະ ເຊີດຊູບັນດາຄຸນຄ່າຂອງມໍຣະດົກ ທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ຜ່ານນັ້ນ, ແນະນຳ, ໂຄສະນາເຖິງມະຫາຊົນ ແລະ ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຍົກສູງຄວາມຮູ້ຂອງປະຊາຄົມໃນການພັດທະນາວັດທະນະທຳທ່ອງທ່ຽວຕິດພັນກັບການອະນຸລັກຮັກສາມໍຣະດົກວັດທະນະທຳບໍ່ເປັນວັດຖຸ. ທ່ານ ຮິ່ງແຄ໋ງຕ່ວານ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ໃຫ້ຮູ້ວ່າ:
        ນີ້ແມ່ນໂອກາດເພື່ອພົວພັນແລກປ່ຽນວັດທະນະທຳສິລະປະລະຫວ່າງບັນດາແຂວງ, ນະຄອນໃນທົ່ວປະເທດ ໃນບັນດາການເຄື່ອນໄຫວຂອງ Festival ວິວັດການມໍຣະດົກ ກວາງນາມຄັ້ງທີ 6. ດ້ວຍຄວາມຮັບຜິດຊອບ, ອາລົມຈິດ, ການຮັກສາ ເສີມຂະຫຍາຍຄຸນຄ່າບໍ່ເປັນວັດຖຸ, ການເຂົ້າຮ່ວມອຸທິດສ່ວນຢ່າງສຸດຈິດສຸດໃຈດ້ວຍຄວາມຮັກ ແລະ ຄວາມເມົາມົວກັບສິລະປະ, ບັນດານັກສີລະປິນ, ນັກສະແດງ ທີ່ມາຈາກ 16 ແຂວງ, ນະຄອນໃນທົ່ວປະເທດຈະນຳມາໃຫ້ງານມະໂຫລານບັນຍາກາດເບີກບານມ່ວນຊື່ນ ແລະ ມີສີສັນຫຼາກຫຼາຍຂອງມໍຣະດົກ.
        ງານມະໂຫລານຈະແກ່ຍາວຮອດວັນທີ 13 ມິຖຸນາ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top