• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ

ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ.
ລາຍການສະແດງສິລະປະ ຢູ່ Festival ທັງລອງ - ຮ່າໂນ້ຍ 2025 (ພາບ: nhandan.vn)

ຕອນຄ່ຳວັນທີ 7 ພະຈິກ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ໄຂຂຶ້ນຢູ່ພາລະຊາວັງ ທັງລອງ. ນີ້ແມ່ນເຫດການວັດທະນະທຳທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງນະຄອນຫຼວງ ໃນປີນີ້, ປະກອບສ່ວນແຜ່ກະຈາຍຄຸນຄ່າມໍລະດົດວັດທະນະທຳ ຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ. ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025  ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ. ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

Festival ທັງລອງ - ຮ່າໂນ້ຍຄັ້ງທີ 1 ປີ 2025 ແມ່ນເຫດການວັດທະນະທຳ, ສິລະປະທີ່ມີຂອບຂະໜາດໃຫຍ່ ໄດ້ຈັດຂຶ້ນຢູ່ ພາລະຊາວັງທັງລອງ, ແມ່ນວັນບຸນຂອງ ມໍລະດົກ, ມີສະຖານທີ່ປະດິດຄິດສ້າງເປີດ, ຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ໄດ້ເຊື່ອມຕໍ່ກັບຈິດໃຈຂອງຍຸກດີຈີຕອນ ເຊິ່ງແມ່ນສະຖານທີ່ ທີ່ບັນດານັກສິລະປະກອນພື້ນເມືອງ ພົບປະກັບນັກສິລະປິນ, ນັກປະດິດຄິດສ້າງໜຸ່ມ ເພື່ອພ້ອມກັນເຮັດໃຫ້ສີສັນວັດທະນະທຳ ຫວຽດນາມ ມີຄວາມໃໝ່ອ່ຽມ ແລະ ອຸດົມສົມບູນກວ່າເກົ່າ ໃນສະໄໝ ເຊື່ອມໂຍງເຂົ້າກັບສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top