ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ.
ລາຍການສະແດງສິລະປະ ຢູ່ Festival ທັງລອງ - ຮ່າໂນ້ຍ 2025 (ພາບ: nhandan.vn)
ຕອນຄ່ຳວັນທີ 7 ພະຈິກ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ໄຂຂຶ້ນຢູ່ພາລະຊາວັງ ທັງລອງ. ນີ້ແມ່ນເຫດການວັດທະນະທຳທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງນະຄອນຫຼວງ ໃນປີນີ້, ປະກອບສ່ວນແຜ່ກະຈາຍຄຸນຄ່າມໍລະດົດວັດທະນະທຳ ຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ. ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ. ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
Festival ທັງລອງ - ຮ່າໂນ້ຍຄັ້ງທີ 1 ປີ 2025 ແມ່ນເຫດການວັດທະນະທຳ, ສິລະປະທີ່ມີຂອບຂະໜາດໃຫຍ່ ໄດ້ຈັດຂຶ້ນຢູ່ ພາລະຊາວັງທັງລອງ, ແມ່ນວັນບຸນຂອງ ມໍລະດົກ, ມີສະຖານທີ່ປະດິດຄິດສ້າງເປີດ, ຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ໄດ້ເຊື່ອມຕໍ່ກັບຈິດໃຈຂອງຍຸກດີຈີຕອນ ເຊິ່ງແມ່ນສະຖານທີ່ ທີ່ບັນດານັກສິລະປະກອນພື້ນເມືອງ ພົບປະກັບນັກສິລະປິນ, ນັກປະດິດຄິດສ້າງໜຸ່ມ ເພື່ອພ້ອມກັນເຮັດໃຫ້ສີສັນວັດທະນະທຳ ຫວຽດນາມ ມີຄວາມໃໝ່ອ່ຽມ ແລະ ອຸດົມສົມບູນກວ່າເກົ່າ ໃນສະໄໝ ເຊື່ອມໂຍງເຂົ້າກັບສາກົນ.