• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ຊຸດ​ເສື້ອ​ຍາວ​ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2025: ແຜ່​ກະ​ຈາຍ​ຄວາມຍອດ​ຍິ່ງ​ຂອງ​ມໍ​ລະ​ດົກ

ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ໄດ້ເປີດສາກຢ່າງເປັນທາງການດ້ວຍພິທີໄຂພາຍໃຕ້ຫົວຂໍ້ “ຊຸດເສື້ອຍາວ ຮ່າໂນ້ຍ - ແຜ່ກະຈາຍຄວາມຍອດຍິ່ງຂອງມໍລະດົກ” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ພະຈິກ, ຢູ່ເວທີຫຼັກຂອງຫໍພິພິທະພັນ ຮ່າໂນ້ຍ.
(ພາບປະກອບ: hanoi.gov.vn)

ລາຍການດັ່ງກ່າວແມ່ນບ່ອນເຕົ້າໂຮມບັນດານັກອອກແບບ, ນັກສິລະປະການ ແລະ ນັກສິລະປິນທີ່ມາຈາກ 3 ພາກ ເໜືອ - ກາງ - ໃຕ້, ນຳມາເຊິ່ງບັນດາລາຍການສະແດງທີ່ໄດ້ຮັບການກະກຽມຢ່າງພິຖິພິຖັນ, ບ່ອນທີ່ຊຸດເສື້ອຍາວ ໄດ້ປະກົດຂຶ້ນຄືດັ່ງສັນຍາລັກແຫ່ງການແລກປ່ຽນວັດທະນະທຳປະເພນີ ກັບຄວາມທັນສະໄໝ, ເຊື່ອມຕໍ່ ຮ່າໂນ້ຍ ກັບທຸກເຂດພາກໃນທົ່ວປະເທດ.

ໄປຄຽງຄູ່ກັບເຂດວາງສະແດງ ແລະ ການລົງຕົວຈິງ, ແຕ່ວັນທີ 06 – 09 ພະຈິກ, ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ຍັງມີຫຼາຍລາຍການສະແດງທີ່ພົ້ນເດັ່ນ, ບ່ອນທີ່ມະຫາຊົນສາມາດເຂົ້າຮ່ວມ, ຮັບຊົມ ແລະ ແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ ຫວຽດນາມ ໂດຍກົງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ເນັ້ນໜັກວ່າ:

ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຂຶ້ນປະຈຳປີ ປະກອບສ່ວນແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຊຸດເສື້ອຍາວໃນຊີວິດສັງຄົມບໍ່ພຽງແຕ່ນຳຊຸດເສື້ອຍາວກາຍເປັນພາບພົດທີ່ເປັນຕົວແທນໃຫ້ແກ່ຄວາມງາມແບບສຸພາບຮຽບຮ້ອຍຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນທູດທ່ອງທ່ຽວເຊື່ອມຕໍ່ເພື່ອນມິດໃນ 5 ທະວີບ ອີກດ້ວຍນີ້ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຮ່າໂນ້ຍ ໄປຖິງເພື່ອນມິດສາກົນຢ່າງເລິກເຊິ່ງປະກອບສ່ວນປະຕິບັດເປົ້າໝາຍພັດທະນາການທ່ອງທ່ຽວນະຄອນຫຼວງສີຂຽວ ແລະ ຍືນຍົງ”.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top