ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ໄດ້ເປີດສາກຢ່າງເປັນທາງການດ້ວຍພິທີໄຂພາຍໃຕ້ຫົວຂໍ້ “ຊຸດເສື້ອຍາວ ຮ່າໂນ້ຍ - ແຜ່ກະຈາຍຄວາມຍອດຍິ່ງຂອງມໍລະດົກ” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ພະຈິກ, ຢູ່ເວທີຫຼັກຂອງຫໍພິພິທະພັນ ຮ່າໂນ້ຍ.
ລາຍການດັ່ງກ່າວແມ່ນບ່ອນເຕົ້າໂຮມບັນດານັກອອກແບບ, ນັກສິລະປະການ ແລະ ນັກສິລະປິນທີ່ມາຈາກ 3 ພາກ ເໜືອ - ກາງ - ໃຕ້, ນຳມາເຊິ່ງບັນດາລາຍການສະແດງທີ່ໄດ້ຮັບການກະກຽມຢ່າງພິຖິພິຖັນ, ບ່ອນທີ່ຊຸດເສື້ອຍາວ ໄດ້ປະກົດຂຶ້ນຄືດັ່ງສັນຍາລັກແຫ່ງການແລກປ່ຽນວັດທະນະທຳປະເພນີ ກັບຄວາມທັນສະໄໝ, ເຊື່ອມຕໍ່ ຮ່າໂນ້ຍ ກັບທຸກເຂດພາກໃນທົ່ວປະເທດ.
ໄປຄຽງຄູ່ກັບເຂດວາງສະແດງ ແລະ ການລົງຕົວຈິງ, ແຕ່ວັນທີ 06 – 09 ພະຈິກ, ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ປີ 2025 ຍັງມີຫຼາຍລາຍການສະແດງທີ່ພົ້ນເດັ່ນ, ບ່ອນທີ່ມະຫາຊົນສາມາດເຂົ້າຮ່ວມ, ຮັບຊົມ ແລະ ແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ ຫວຽດນາມ ໂດຍກົງ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ເນັ້ນໜັກວ່າ:
“ງານບຸນຊຸດເສື້ອຍາວການທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຂຶ້ນປະຈຳປີ ປະກອບສ່ວນແຜ່ກະຈາຍຄວາມຮັກທີ່ມີຕໍ່ຊຸດເສື້ອຍາວ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຊຸດເສື້ອຍາວໃນຊີວິດສັງຄົມ, ບໍ່ພຽງແຕ່ນຳຊຸດເສື້ອຍາວກາຍເປັນພາບພົດທີ່ເປັນຕົວແທນໃຫ້ແກ່ຄວາມງາມແບບສຸພາບຮຽບຮ້ອຍຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນທູດທ່ອງທ່ຽວເຊື່ອມຕໍ່ເພື່ອນມິດໃນ 5 ທະວີບ ອີກດ້ວຍ. ນີ້ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຮ່າໂນ້ຍ ໄປເຖິງເພື່ອນມິດສາກົນຢ່າງເລິກເຊິ່ງ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາການທ່ອງທ່ຽວນະຄອນຫຼວງສີຂຽວ ແລະ ຍືນຍົງ”.